ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ສະໜັບສະໜູນ ໂຄງການສົ່ງເສີມການຮຽນຮູ້ໜັງສື ຢູ່ແຂວງສະຫວັນນະເຂດ ມູນຄ່າ 3 ລ້ານໂດລາ

ວັນທີ 3 ພະຈິກ 2022 ຜ່ານມານີ້ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ (ສສຂ) ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການຮຽນຮູ້ໜັງສື  ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແລະ ທ່ານ ອີລາຍ ແມັກຄານິກ ຮັກສາການຜູ້ອຳນວຍການອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ແຂວງເຂົ້າຮ່ວມ.

ໂຄງການສົ່ງເສີມການຮຽນຮູ້ໜັງສື ແມ່ນເປັນໂຄງການຊ່ວຍເຫຼືອຈາກອົງການຊ່ວຍເຫຼືອເດັກສາກົນ ຫຼື SCI ປະຈໍາ ສປປ ລາວ, ຈັດຕັ້ງປະຕິບັດຢູ່ 6 ເມືອງຂອງແຂວງສະຫວັນນະເຂດ ຄື: ເມືອງອາດສະພອນ, ພະລານໄຊ, ພີນ, ວິລະບູລີ, ເຊໂປນ ແລະ ເມືອງນອງ ມີມູນຄ່າໂຄງການ 3 ລ້ານໂດລາ, ໄລຍະຈັດຕັ້ງປະຕິບັດ ແມ່ນຮອດວັນທີ 30 ກັນຍາ 2026 ຊຶ່ງສະໜັບສະໜູນຈາກກະຊວງກະສິກໍາ ສະຫະລັດອາເມຣິກາ ໂດຍຜ່ານອົງການບັນເທົາທຸກກາໂຕລິກ ຫຼື CRS ປະຈໍາ ສປປ ລາວ, ໂຄງການມີຈຸດປະສົງ ເພື່ອສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ສປປ ລາວ ໂດຍສະເພາະແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ 9 ແຕ່ປີ 2021 ຫາ 2025 ແລະ ຈຸດປະສົງສະເພາະແມ່ນເພື່ອປັບປຸງທັກສະການອ່ານອອກຂຽນໄດ້ຂອງນັກຮຽນຫ້ອງກຽມປະຖົມ ຈົນເຖິງຊັ້ນປະຖົມປີທີ 2 ຢູ່ 196 ໂຮງຮຽນ ໃນ 6 ເມືອງເປົ້າໝາຍຂອງໂຄງການ.

ສໍາລັບກິດຈະກໍາຫຼັກທີ່ຈັດຕັ້ງປະຕິບັດມີຄື: ຕິດຕາມ ແລະ ສະໜັບສະໜູນການຂຶ້ນຫ້ອງສອນຂອງຄູ, ສ້າງຕັ້ງຫ້ອງອ່ານ ແລະ ສະໜອງອຸປະກອນການຮຽນ-ການສອນ, ທົບທວນເຄື່ອງມື ແລະ ອຸປະກອນການຮຽນ-ການສອນ, ຝຶກອົບຮົມກ່ຽວກັບເຕັກນິກການສອນຕ່າງໆ ໃຫ້ແກ່ຄູກຽມປະຖົມ ປ.1 ແລະ ປ.2, ຝຶກອົບຮົມກ່ຽວກັບການສະໜັບສະໜູນຄູດ້ານວິຊາການ ແລະ ການນໍາໃຊ້ລະບົບລາຍງານເອເລັກໂຕຣນິກ ໃຫ້ແກ່ຜູ້ອໍານວຍການໂຮງຮຽນ, ສ້າງຂີດຄວາມສາມາດລະດັບທ້ອງຖິ່ນ, ສູນກາງ ແລະ ການສົ່ງເສີມການອ່ານໜັງສືຂັ້ນບ້ານ.

ຮ່ວມລົງນາມໃນສັນຍາດັ່ງກ່າວໂດຍ ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກ ສສຂ ແລະ ທ່ານ ອີລາຍ ແມັກຄານິກ ຮັກສາການຜູ້ອຳນວຍການອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ. ໃນໂອກາດນີ້, ທາງໂຄງການຍັງໄດ້ມອບຄອມພີວເຕີໂນດບຸກ ໃຫ້ພະແນກ ສສຂ, ວິທະຍາໄລຄູສະຫວັນນະເຂດ ແລະ ຫ້ອງການ ສສກ ເມືອງທັງ 6 ເມືອງເປົ້າໝາຍໂຄງການ ພາກສ່ວນລະ 1 ເຄື່ອງ.