5 ມະຫາວິທະຍາໄລ ຫວຽດນາມ ຕິດໃນຕາຕະລາງຈັດອັນດັບການສຶກສາ ທີ່ດີທີ່ສຸດໃນທົ່ວໂລກ

ຕາມຂໍ້ມູນຈາກມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ວາລະສານ U.S News & World Report ຂອງສະຫະລັດອາເມລິກາ ວັນທີ 3 ພະຈິກ 2022 ຜ່ານມາ, ທີ່ຫາກໍໄດ້ປະກາດຜົນຕາຕະລາງຈັດອັນດັບບັນດາພື້ນຖານການສຶກສາ ບຳລຸງສ້າງຂຶ້ນ ມະຫາວິທະຍາໄລດີທີ່ສຸດໃນທົ່ວໂລກ-Best Global Universities. ໃນນັ້ນ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດອັນດັບທີ 970 ຂອງໂລກ ແລະ 258 ໃນອາຊີ. ໃນການຈັດອັນດັບຂອງປີ 2023, ຈຳນວນໂຮງຮຽນ ທີ່ໄດ້ U.S News & World Report ຈັດອັນດັບແມ່ນ 2.165 ແຫ່ງ, ຂຶ້ນກັບ 95 ປະເທດ (ປີ 2022 ມີ 1.750 ແຫ່ງຂຶ້ນກັບ 90 ປະເທດ). ນອກຈາກ ມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ, ຫວຽດນາມ ຍັງມີອີກ 4ມະຫາວິທະຍາໄລ ທີ່ຖືກຈັດອັນດັບຄື: ມະຫາວິທະຍາໄລຢູຍເຕິນ, ມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ມະຫາວິທະຍາໄລການແພດຮ່າໂນ້ຍ.

