ເດ ເຄອາ ທຸບສະຖິຕິອະດີດມືປະຕູດັງພຣີເມຍລີກ

ຄວັນຫລົງຫລັງຈາກເກມທີ່ ແມນເຊສເຕີ ຢູໄນເຕັດ ບຸກໄປປະລາໄຊໃຫ້ກັບ ແອສຕັນ ວິລລາ ດ້ວຍປະຕູ 1-3 ໃນການແຂ່ງ ຂັນພຣີເມຍລີກອັງກິດ.

ເຖິງເກມນີ້ຈະເສຍແບບຫມົດທາງຈະສູ້ ແຕ່ ດາບິດ ເດ ເຄອາ ຜູ້ຮັກສາປະຕູເກ່ັງຂອງ ແມນເຊສເຕີ ຢູໄນເຕັດ ລົງຫລິ້ນຄົບ 90 ນາທີ ແລະ ເປັນການທຳລາຍສະຖິຕິລົງຫລິ້ນດ້ວຍຈຳນວນນາທີຫລາຍທີ່ສຸດໃນເວທີພຣີເມຍລີກ ອັງກິດ ເປັນທີ່ຮຽບຮ້ອຍແລ້ວ ໂດຍລົງຫລິ້ນມາແລ້ວຫລາຍເຖິງ 35,039 ນາທີ ແຊງໜ້າ ເບນ ຟອສເຕີ ອະດີດຜູ້ຮັກສາປະຕູຂອງແມນຢູ ທີ່ລົງຫລິ້ນໄປ 34,959 ນາທີ ລົງໄດ້ຮຽບຮ້ອຍແລ້ວ.

ນອກຈາກນີ້ ສະຖິຕິດັ່ງກ່າວມີທ່າທີຈະສາມາດຂະຫຍາຍອອກໄປໄດ້ເລື້ອຍໆ ເນື່ອງຈາກລາວຫາກໍອາຍຸພຽງ 32 ປີເທົ່ານັ້ນ ແລະ ເຖິງຈະເຫລືອສັນຍາອີກພຽງຈົນລະດູການນີ້ ແຕ່ກໍມີຕົວເລືອກສາມາດຂະຫຍາຍເພີ່ມໄດ້ອີກ ແລະ ນອກຈາກນີ້ ລາວເຄີຍ ອອກມາກ່າວແລ້ວວ່າຢາກຈະຢູ່ນີ້ຕໍ່ໄປໃຫ້ໄດ້ດົນທີ່ສຸດຂອງຊີວິດນັກເຕະ.

ສຳລັບ ດາບິດ ເດ ເຄອາ ຖືເປັນສົມບັດອັນສຸດທ້າຍທີ່ ເຊີອາເລັກ ເຟີກູສັນ ຜູ້ຈັດການຂອງສະໂມສອນຖິ້ມເອົາໄວ້ ໂດຍລາວຍ້າຍ ຈາກ ແອັດເລຕີໂກ ມາດຣິດ ມາຢູ່ກັບທີມໃນປີ 2011 ດ້ວຍຄ່າຕົວ 19 ລ້ານປອນ ແລະ ຖືປັນຕົວຫລັກຕະຫລອດມາຈົນເຖິງມື້ນີ້ 11 ລະດູການລົງຫລິ້ນໄປແລ້ວທັງຫມົດ 506 ເກມ ເສຍໄປທັງຫມົດ 551 ແລະ ຄລີນຊິດໄດ້ 174 ນັດໃນທຸກລາຍການ.