5 ພຶດຕິກຳສ່ຽງເຮັດໃຫ້ເປັນລິດສີດວງທະວານ

ອາການລິດສີດວງທະວານ ຫລາຍຄົນອາດຈະຮູ້ຈັກອາການນີ້ດີ ແລະ ເປັນອາການທີ່ບໍ່ມີໃຜຢາກຈະເປັນກັນເລີຍ ບາງຄົນເປັນໜ້ອຍ ບາງຄົນເປັນຫລາຍເຖິງຂັ້ນຮຸນແຮງ ກະທົບຕໍ່ການໃຊ້ຊີວິດປະຈຳວັນ. ມື້ນີ້ກໍມີສາເຫດຂອງອາການດັ່ງກ່າວວ່າມາຈາກພິດຕິກຳຂອງຄົນເຮົາທັງໝົດ ບາງຄົນອາດຈະຍັງບໍ່ຮູ້ວ່າພຶດຕິກຳສ່ຽງຕໍ່ອາການນີ້ມີຫຍັງແດ່ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວມານຳສະເໜີບັນດາທ່ານ ດັ່ງນີ້ :

  • ກິນແຕ່ຊີ້ນສັດ ເພາະບໍ່ຄ່ອຍມີກາດໄຍຄືກັບຜັກ ແລະ ໝາກໄມ້ ເຮັດໃຫ້ຍ່ອຍຍາກ ຄົນທີ່ກິນຊີ້ນສັດຈຶ່ງມັກມີບັນຫານຖ່າຍຍາກ.
  • ເບັ່ງຖ່າຍອາຈົມເປັນເວລາດົນ ເຊັ່ນ : ນັ່ງຫລິ້ນໂທລະສັບມືຖືຂະນະຂັບຖ່າຍ.
  • ຖ່າຍຍາກຊຳ້ເຮື້ອ ເຮັດໃຫ້ຕ້ອງເບັ່ງຖ່າຍອາຈົມເປັນປະຈຳ.
  • ອາການໄອຊຳ້ເຮື້ອ ມີຜົນເພີ່ມແຮງດັນໃນຜົ້ງທ້ອງ.
  • ໃຊ້ຢາລະບາຍທົ່ວທີບ ຫລື ມັກໃຊ້ຢາສວນອາຈົມ.

ເມື່ອຮູ້ເຖິງພຶດຕິກຳສ່ຽງ ຫລື ສາເຫດຂອງອາການລິດສີດວງໄປແລ້ວ ລອງປັບປ່ຽນພຶດຕິກຳກໍຈະຊ່ວຍຫລຸດຄວາມສ່ຽງຕໍ່ການເກີດອາການນີ້ໄດ້ ແລະ ຄວນດື່ມນຳ້ຫລາຍໆ ຢ່າງໜ້ອຍມື້ລະ 8 – 10 ຈອກ ເພື່ອຊ່ວຍໃຫ້ການຂັບຖ່າຍອອກມາໄດ້ງ່າຍ ແລະ ກິນຜັກ – ໝາກໄມ້ທີ່ມີກາກໄຍຫລາຍໆເປັນປະຈຳຕື່ມອີກ.