ແມນຊິຕີ້ ປະກາດສ້າງລາຍໄດ້ ແລະ ກຳໄລ ສູງເປັນສະຖິຕິສະໂມສອນ

ແມນເຊສເຕີ ຊິຕີ້ ທີມແຊ໊ມພຣີເມຍລີກ ອັງກິດ ປະກາດຜົນປະກອບການຂອງລະດູການ 2021-22 ວ່າສາມາດສ້າງລາຍໄດ້ ແລະ ກຳໄລສູງທີ່ສຸດໃນປະຫວັດສາດຂອງສະໂມສອນ ເຮັດໃຫ້ປັດຈຸບັນ ແມນຊິຕີ້ ຄອງອັນດັບ 2 ຂອງກາສິນຄ້າທີ່ມີມູນຄ່າສູງ ທີ່ສຸດໃນໂລກບານເຕະຈາກການລາຍງານຂອງ Brand Finance ແຊງຄູ່ແຂ່ງຮ່ວມເມືອງຢ່າງ ແມນເຊສເຕີ ຊິຕີ້ ເປັນຄັ້ງທຳອິດ ແລະ ມີພຽງ ຣຽວ ມາດຣິດ ທີ່ຄອງອັນດັບ 1.

ແມນເຊສເຕີ ຊິຕີ້ ມີລາຍໄດ້ 613 ລ້ານປອນ ເພີ່ມຂຶ້ນ 43,1 ລ້ານປອນຈາກປີກາຍ ແລະ ມີກຳລັງສູງສຸດເປັນປະຫວັດສາດ 41,7 ລ້ານປອນ ສ່ວນຫນຶ່ງເປັນຜົນມາຈາກແຟນບານກັບມາເຂົ້າສະໜາມເອຕິຮັດ ຫລັງຈາກການແຂ່ງຂັນແບບບໍ່ ມີແຟນບານ ໄລຍະສ່ວນຫລາຍຂອງລະດູການກ່ອນໜ້ານັ້ນ.

ແມນຊິຕີ້ ລະບຸວ່າ ທີມຍັງສ້າງກຳລັງໄດ້ຫລາຍຈາກການຂາຍນັກເຕະທີ່ມີມູນຄ່າລວມກວ່າ 250 ລ້ານປອນໃນໄລຍະຫ້າປີທີ່ຜ່ານມາ ໂດຍຕົວເລກຄາດວ່າຈະເຕີບໂຕຍິ່ງຂຶ້ນໄປອີກໃນລະດູການ 2022-23.