ວັນທີ 7 ພະຈິກ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນ ອະດີດທະຫານອາສາສະໜັກ-ຊ່ຽວຊານ ຫວຽດນາມ ນຳໂດຍສະຫາຍ ພົນຕີ ຮວິ່ງ ດັກ ເຮືອງ ອະດີດຫົວໜ້າຄະນະຊ່ຽວຊານ, ປະທານທະຫານອາສາສະໝັກຫວຽດນາມ ຢູ່ ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຫາຍ ພົນຕີ ຮວິ່ງ ດັກ ເຮືອງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍ ແລະເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ; ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ຂອງປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ ເຮັດໃຫ້ສສ ຫວຽດ ນາມ ນັບມື້ເຕີບໃຫຍ່ເຂັ້ມແຂງ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາໃຫ້ດີຂຶ້ນຢ່າງເດັ່ນຊັດ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໄດ້ຮັບການເຊີດຊູໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ການເສຍສະຫລະຂອງບັນດາສະຫາຍ ອະດີດທະຫານ ແລະ ຊ່ຽວຊານ ຫວຽດນາມ ໃນການປະກອບສ່ວນພາລະກິດຕໍ່ສູ້ ເພື່ອການປະຕິວັດຂອງສອງປະເທດລາວ ແລະ ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ແລະໄດ້ນຳເອົາເອກະລາດມາສູ່ປະຊາຊົນຂອງສອງປະເທດ; ສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະຫາຍ ອະດີດທະຫານອາສາສະໝັກ-ຊ່ຽວຊານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການປະຕິວັດລາວ ທີ່ໄດ້ສະຫລະເລືອດເນື້ອ, ຄວາມສຸກສ່ວນຕົວຄຽງບ່າຄຽງໄຫລ່, ຮ່ວມຂຸມຄອງດຽວກັນກັບປະຊາຊົນລາວຕໍ່ສູ້ກູ້ຊາດ ຕ້ານສັດຕູຜູ້ມາຮຸກຮານໃນປາງສົງຄາມ ຈົນເຮັດໃຫ້ປົດປ່ອຍປະເທດຊາດຢ່າງສົມບູນ.
ສະຫາຍ ພົນຕີ ຮວິ່ງ ດັກ ເຮືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ຮັບຊາບ.