ເຜີຍແຜ່ວຽກງານຈັນຍາບັນ ແລະ ຈັນຍາທໍາໃຫ້ແກ່ເຈົ້າໜ້າທີ່ພາສີ ປະຈໍາແຂວງໄຊຍະບູລີ

ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບວຽກງານຈັນຍາບັນ ແລະ ຈັນຍາທໍາໃຫ້ແກ່ເຈົ້າໜ້າທີ່ພາສີປະຈໍາແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 2 ພະຈິກ 2022 ຜ່ານມາ ທີ່ພະແນກການເງິນແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນກົມພາສີ, ທ່ານ ຫຸມພັນ ແສງພະຈັນ ຫົວໜ້າພາສີປະຈໍາແຂວງໄຊຍະບູລີ ພ້ອມພາກສ່ວນກ່ຽວຂ້ອງດ່ານສາກົນ 4 ດ່ານພາຍໃນແຂວງເຂົ້າຮ່ວມ.

ທ່ານ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນກົມພາສີ ກ່າວວ່າ: ເພື່ອນໍາເອົາແນວທາງນະໂຍບາຍກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຈັນຍາບັນ ແລະ ຈັນຍາທໍາ ມາເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນ ຈັດຕັ້ງປະຕິບັດຢ່າງທົ່ວເຖິງເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ພະນັກງານພາສີ, ການຈັດຕັ້ງ ແລະ ປະເທດຊາດ ເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ພາສີຮູ້ເຖິງຜົນກະທົບທີ່ອາດຈະເກີດຂຶ້ນ ຖ້າຫາກເມີນເສີຍ ຫລື ລະເມີດຕໍ່ຂໍ້ຫ້າມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການພ້ອມທັງຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານໃນການບໍລິການ ແລະ ສ້າງຄວາມເຊື້ອໝັ້ນໃຫ້ແກ່ປະຊາຊົນ ແລະ ສັງຄົມ.

ນອກນັ້ນກໍໄດ້ເຜີຍແຜ່ກ່ຽວກັບຫລັກຈັນຍາບັນ ແລະ ການປະພຶດຂອງອົງການພາສີໂລກ ແລະ ຮັບຟັງການເຜີຍແຜ່ການຄຸ້ມຄອງບຸກຄະລາກອນ ແລະ ຈັນຍາບັນ ລັດຖະກອນຂະແໜງການເງິນ, ເອກະສານວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ເອກະສານບົດຮຽນການເຄື່ອນໄຫວວຽກຈັນຍາບັນຂອງພາສີສາກົນຈໍານວນໜຶ່ງ ແລະ ບົດສະເໜີວຽກງານຈັນຍາບັນຂອງກະຊວງພາຍໃນ. ພ້ອມນີ້ໃນກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າສົນທະນາແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບວຽກງານດັ່ງກ່າວ.