ດາວຮຸ່ງ ເດນມາກ ແຊງ ຢໍໂຄວິດ ຄວ້າແຊ້ມເທັນນິສ ປາຣີສ ມາສເຕີ

ໂຮລເກີ ຣູເນ ນັກເທັນນິສດາວຮຸ່ງອາຍຸ 19 ປີ ຊາວເດນມາກ ສ້າງຄວາມຮືຮາ ຫລັງພິກລັອກຄັ້ອງໃຫຍ່ດ້ວຍການແຊງເອົາຊະນະ ໂນວັກ ຢໍໂຄວິດ 2-1 ເຊັດ ຄວ້າແຊ້ມການແຂ່ງຂັນເທັນນິສ ໂຣເລັກປາຣີສ ມາສເຕີ ໄປຄອງ.

ການແຂ່ງຂັນເທັນນິສ ເອທີພີ ທົວ ມາສເຕີ 1000 ໂຣເລັກ ປາຣີສ ມາສເຕີ ທີ່ນະຄອນຫລວງປາຣີສ ປະເທດຝຣັ່ງ ເມື່ອວັນອາທິດທີ 6 ພະຈິກທີ່ຜ່ານມາ ປະເພດຊາຍດ່ຽວ ຮອບຊີງຊະນະເລີດ ຜົນປາກົດວ່າເກີດການພິກລັອກຄັ້ງໃຫຍ່ ເມື່ອ ໂຮລເກີ ຣູເນ ດາວ ຮຸ່ງອາຍຸ 19 ປີ ຈາກເດນມາກ ພິກແຊງຊະນະ ໂນວັກ ຢໍໂຄວິດ ມື 6 ຂອງລາຍການຈາກເຊີເບຍ ເຊິ່ງເປັນແຊ້ມລາຍການນີ້ 6 ສະໄຫມ ແລະ ເປັນແຊ໊ມເກ່ົາເມື່ອປີກາຍ 2-1 ເຊັດ 3-6, 6-3, 7-5 ຄວ້າແຊ້ມໄປຄອງໄດ້ສຳເລັດ.

ສຳລັບແຊ້ມລາຍການນີ້ ຖືເປັນແຊ້ມເອທີພີ ທົວ ລາຍການລະດັບມາສເຕີ 1000 ລາຍການທຳອິດໃນຊີວິດຂອງ ຣູເນ ແລະ ຍັງເຮັດໃຫ້ລາວກາຍເປັນນັກເທັນນິສ ອາຍຸໜ້ອຍທີ່ສຸດທີ່ີໄດ້ແຊ໊ມລາຍການນີ້ ນັບຕັ້ງແຕ່ ບໍຣິສ ເບກເກີ ທີ່ໄດ້ແຊ້ມເມື່ອປີ 1986 ນອກຈາກນີ້ ຍັງຈະສົ່ງຜົນໃຫ້ນັກເທັນນິສຈາກເດນມາກ ເລື່ອນເຂົ້າໄປຢູ່ໃນ 10 ອັນດັບທຳອິດຂອງໂລກເປັນຄັ້ງທຳອິດ ໃນການຈັດອັນດັບອາທິດນີ້ນຳອີກ.