ເປີດພາບ Adidas X Speedportal.1 ເກີບເຕະບານຂອງ ລີໂອເນວ ເມສຊີ່ ທີ່ຈະໃຊ້ໃນບານໂລກ 2022
ການແຂ່ງຂັນບານໂລກ 2022 ຈະເປັນຄັ້ງທີ 5 ຂອງ ລີໂອເນວ ເມສຊີ່ ໃນເວທີນີ້, ໃນຂະນະດຽວກັນມັນອາດຈະເປັນຄັ້ງສຸດທ້າຍຂອງລາວນັບຕັ້ງແຕ່ການເປີດຕົວໃນປີ 2006. ດັ່ງນັ້ນເກີບຄູ່ໃຈຂອງເຂົາໃນລາຍການນີ້ແມ່ນຈະພິເສດກວ່າທີ່ເຄີຍມີມາ.
ໂດຍ Adidas, ຜູ້ສ້າງເກີບໃຫ້ກັບ ເມສຊີ່ ແຕ່ພຽງຜູ້ດຽວໃນການແຂ່ງຂັນບານໂລກມາ 5 ສະໄໝຊ້ອນ, ໄດ້ເຜີຍໂສມ Adidas X Speedportal.1 ຂອງນັກເຕະໄວ 35 ປີ ທີ່ມາພ້ອມກັບສີບຣອນທອງທີ່ສວຍງາມ. ເຊິ່ງເກີບດັ່ງກ່າວເປັນການລວມຕົວຂອງ Adidas F30 ທີ່ ເມສຊີ່ ເຄີຍໃສ່ໃນການແຂ່ງຂັນບານໂລກປີ 2006 ແລະ Adidas Messi 2021 Copa America “El Retorno” ເມສຊີ່ ໃສ່ຄວ້າແຊ້ມການແຂ່ງຂັນ Copa America ໃນປີ 2021
ເຖິງວ່າຈະມີການອອກແບບທີ່ຄ້າຍຄືກັນ, ແຕ່ຄູ່ທີ່ ເມສຊີ່ ຈະໃຊ້ໃນບານໂລກ 2022 ແມ່ນເປັນສີທອງ, ໃນຂະນະທີ່ຮຸ່ນ FIFA World Cup 2006 ນັ້ນເປັນສີຂາວ.

