ປະຊາກອນປະມານ 2 ໃນ 3 ຂອງຊູດັງໃຕ້ ສ່ຽງອຶດຫິວຮຸນແຮງໃນປີໜ້າ

ຈຳນວນປະຊາກອນ 2 ໃນ 3 ຫລື ສູງເຖິງ 7,8 ລ້ານຄົນໃນຊູດັງໃຕ້ ອາດຜະເຊີນການຂາດເຂີນອາຫານຢ່າງຮຸນແຮງໃນໄລຍະເດືອນເມສາ-ກໍລະກົດໃນປີໜ້າ ເນື່ອງຈາກອຸທົກກະໄພ, ໄພແຫ້ງແລ້ງ ແລະ ຄວາມຂັດແຍ່ງ.

ວັນທີ 4 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັບ) ແລະ ໂຄງການອາຫານໂລກ (WFP) ກ່າວວ່າ: ການຂາດເຂີນຄັ້ງນີ້ຮ້າຍແຮງຍິ່ງກວ່າໃນໄລຍະສົງຄາມກາງເມືອງໃນປີ 2013-2016.

“ຄວາມໝັ້ນຄົງດ້ານອາຫານທີ່ຫລຸດລົງ ແລະ ສະພາບທຸພະໂພຊະນາການທີ່ເພີ່ມຂຶ້ນ ເຊື່ອມໂຍງກັບການປະສົມປະສານຂອງຄວາມຂັດແຍ່ງ, ສະພາບເສດຖະກິດມະຫາພາກບໍ່ດີ, ສະພາບອາກາດທີ່ຮຸນແຮງ ແລະ ລາຄາອາຫານ ແລະ ເຊື້ອໄຟເພີ່ມສູງຂຶ້ນ” ອຸຍນິເຊັບ ແລະ WFP ກ່າວເພີ່ມໃນຖະແຫລງການ.

ໃນຂະນະດຽວກັນ, ເງິນທຶນສຳລັບແຜນງານດ້ານມະນຸດສະທຳທີ່ຫລຸດລົງ ຍັງສວນທາງຄວາມຕ້ອງການດ້ານມະນຸດສະທຳທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນຳອີກ ເນື່ອງຈາກລາຄາອາຫານທີ່ແພງຂຶ້ນ ເພາະສົງຄາມໃນອູແກຣນ ເຊິ່ງເປັນຜູ້ສົ່ງອອກທັນຍາພືດລາຍໃຫຍ່ ສົ່ງຜົນໃຫ້ໜ່ວຍງານດ້ານມະນຸດສະທຳຫລາຍແຫ່ງປະສົບບັນຫາຂາດເຂີນເງິນທຶນ.

ນອກຈາກນີ້, WFP ກ່າວໃນເດືອນມິຖຸນາຜ່ານມາວ່າ: ທາງໜ່ວຍງານຖືກບັງຄັບໃຫ້ໂຈະການຊ່ວຍເຫລືອດ້ານອາຫານບາງສ່ວນແກ່ຊູດັງໃຕ້ ໂດຍຕໍ່ມາໃນເດືອນສິງຫາ ຫລາຍໜ່ວຍງານຂອງສະຫະປະຊາຊາດ (UN) ຄາດການວ່າ: ຊາວຊູດັງໃຕ້ປະມານ 7,7 ລ້ານຄົນ ຈະປະສົບກັບການຂາດເຂີນອາຫານຢ່າງຮຸນແຮງໃນໄລຍະເດືອນເມສາ-ກໍລະກົດ ລະຫວ່າງການເກັບກ່ຽວ 2 ຄັ້ງຂອງປີ 2023.