ຊີດານ ກຽມນັ່ງຕຳແໜ່ງຜູ້ຈັດການທີມຊາດຝຣັ່ງຄົນໃຫມ່ ຫລັງຈົບບານໂລກ 2022

ສື່ລາຍງານວ່າ ຊີເນດິນ ຊີດານ ກຽມເຮັດໜ້າທີ່ເປັນຜູ້ຈັດການທີມຊາດຝຣັ່ງຄົນໃຫມ່ ຫລັງຈົບການແຂ່ງຂັນບານໂລກ 2022 ແລະ ຈະເປີດຕົວຢ່າງເປັນທາງການໃນເດືອນມັງກອນ 2023.

ສຳລັບ ຊີດານ ຍັງບໍ່ກັບໄປຮັບວຽກຄຸມທີມນັບຕັ້ງແຕ່ແຍກທາງກັບ ຣຽວ ມາດຣິດ ເປັນຄັ້ງທີ 2 ໃນເດືອນພຶດສະພາ 2021 ເຖິງຈະມີຂ່າວລືກັບຫລາຍທີມ ເຊ່ັນ : ແມນເຊສເຕີ ຢູໄນເຕັດ ແລະ ປາຣີສ ແຊັງ ແຊັກແມັງ ກໍຕາມ.

ກ່ອນໜ້ານີ້ ຜູ້ຈັດການທີມອາຍຸ 50 ປີ ຫາກໍອອກມາໃຫ້ສຳພາດວ່າ ຕົວເອງພວມຈະກັບມາຮັບວຽກຄຸມທີມອີກເທື່ອຫນຶ່ງ ແຕ່ບໍ່ໄດ້ລະບຸວ່າຈະເປັນໃນລະດັບສະໂມສອນ ຫລື ທີມຊາດ.

ຈົນຫລ້າສຸດ ເຊີຄີໂອ ວາເລນຕິນ ນັກຂ່າວຈາກສະເປນເປີດເຜີຍວ່າ ຊີດານ ກຽມເຂົ້າມມາເຮັດໜ້າທີ່ເປັນຜູ້ຈັດການທີມຊາດຝຣັ່ງຄົນໃຫມ່ແທນທີ່ ດີດີເຢ ເດສຊອງ ຫລັງຈົບການແຂ່ງຂັນບານໂລກຄັ້ງນີ້ ແລະ ຈະມີການເປີດຕົວຢ່າງເປັນທາງການໃນເດືອນມັງກອນ 2023 ນີ້.