ຜູ້ນຳຕວກກີເລັ່ງເຈລະຈາ “ອີລອນ ມັສ” ຫລີກລ່ຽງຈ່າຍຄ່າບໍລິການ “ຢືນຢັນຕົວຕົນ” ໃນທະວິດເຕີ

ປະທານາທິບໍດີ ຕອຍຢິບ ເອີໂດກັນ ຜູ້ນຳຕວກກີ ເປີດເຜີຍວ່າ: ທ່ານອາດຕ້ອງເຈລະຈາກັບທ່ານ ອີລອນ ມັສ ເຊິ່ງເປັນເຈົ້າຂອງຄົນໃໝ່ຂອງທະວິດເຕີ ເພື່ອຫລີກລ່ຽງການຈ່າຍເງິນ 8 ໂດລາຕໍ່ເດືອນ ໃນການໃຊ້ບໍລິການຢືນຢັນຕົວຕົນ (Verification) ຫລື ເຄື່ອງໝາຍຖືກສີຂາວໃນພື້ນຫລັງສີຟ້າ (Blue check mark) ທີ່ອົງກອນ ຫລື ບຸກຄົນມີຊື່ສຽງນິຍົມໃຊ້ກັນຢ່າງແພ່ຫລາຍ.

ສຳນັກຂ່າວຣອຍເຕີລາຍງານວ່າ: ຫລັງຈາກໄດ້ເຂົ້າຊື້ກິດຈະການທະວິດເຕີດ້ວຍມູນຄ່າ 4,4 ໝື່ນລ້ານໂດລາ ໃນອາທິດກ່ອນ, ທ່ານ ອີລອນ ມັສ ລະບຸວ່າ: ທາງບໍລິສັດຈະເກັບເງິນເດືອນລະ 8 ໂດລາ ສຳລັບການສະໝັກໃຊ້ບໍລິການທະວິດເຕີບລູ (Twitter Blue) ເຊິ່ງຜູ້ໃຊ້ບໍລິການດັ່ງກ່າວຈະໄດ້ສິດການສະແດງສະຖານະ “ໄດ້ຮັບການຢືນຢັນຕົວຕົນແລ້ວ” (verified) ຫລື ເຄື່ອງໝາຍຖືກສີຂາວໃນພື້ນຫລັງສີຟ້າ.

ປະທານາທິບໍດີ ເອີໂດກັນ ໄດ້ໃຫ້ສຳພາດຕໍ່ສະຖານີໂທລະພາບ ATV ຂອງຕວກກີໃນວັນທີ 2 ພະຈິກວ່າ: ທ່ານອາດຕ້ອງເຈລະຈາກັບທ່ານ ອີລອນ ມັສ ກ່ຽວກັບການຮຽກເກັບເງິນດັ່ງກ່າວ ພ້ອມກ່າວວ່າ: “ເຮົາຄວນຈະດຳເນີນມາດຕະການທາງການທູດບາງຢ່າງກັບທ່ານ ອີລອນ ມັນ ນຳເຊັ່ນກັນ”.

ສະຖານະ “ໄດ້ຮັບການຢືນຢັນຕົວຕົນແລ້ວ” ນັ້ນເປັນການຢືນຢັນວ່າ ຜູ້ໃຊ້ທະວິດເຕີບັນຊີດັ່ງກ່າວເປັນຕົວຈິງ ໂດຍປັດຈຸບັນຍັງບໍ່ມີການຮຽກເກັບຄ່າບໍລິການໃນການຢືນຢັນຕົວຕົນດັ່ງກ່າວ.

ທັງນີ້, ຜູ້ໃຊ້ທະວິດເຕີຫລາຍກວ່າ 80% ທີ່ເຂົ້າຮ່ວມການສຳຫລວດຄວາມຄິດເຫັນຫລ້າສຸດລະບຸວ່າ: ພວກເຂົາຈະບໍ່ຈ່າຍເງິນ ເພື່ອແລກກັບສະຖານະ “ໄດ້ຮັບການຢືນຢັນຕົວຕົນແລ້ວ” ໃນຂະນະທີ່ປະມານ 10% ບອກວ່າພວກເຂົາຍິນດີຈ່າຍ 5 ໂດລາຕໍ່ເດືອນ.