5 ອາຫານໃຫ້ພະລັງງານສໍາລັບຄົນທີ່ມີຄວາມເມື່ອຍສະສົມ

ເມື່ອຮອດທ້າຍອາທິດ ຫລາຍຄົນອາດຈະເກີດຄວາມເມື່ອຍສະສົມ ພໍກັບບ້ານກໍໄດ້ພັກພຽງເລັກໜ້ອຍເລີຍເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມເມື່ອຍລ້າສະສົມ, ດັ່ງນັ້ນ, ການເຮັດໃຫ້ຕົວເອງມີພະລັງງານເຮັດວຽກໃນທ້າຍອາທິດຈຶ່ງເປັນສິ່ງສໍາຄັນ, ເວັບໄຊ Alive.com ໄດ້ນໍາສະເໜີເລື່ອງການຖອດຖອຍຂອງພະລັງງານວ່າມີສ່ວນສໍາຄັນທີ່ເຮັດໃຫ້ປະສິດທິພາບໃນການເຮັດວຽກຫລຸດລົງ, ການນອນພັກແຕ່ຊົ່ວຄາວອາດເຮັດໃຫ້ມີແຮງເພື່ອກ້າວຕໍ່ໄປອີກເລັກໜ້ອຍ ແຕ່ເຖິງແມ່ນວ່າຈະໄດ້ນອນເຕັມອີ່ມ ຄວາມເມື່ອຍລ້າສະສົມກໍຍັງຫລົງເຫລືອຢູ່, ຖ້າເຮົາຮູ້ສຶກວ່າຍັງບໍ່ມີແຮງ ຈຶ່ງຄວນໃສ່ໃຈເລື່ອງການກິນອາຫານ ແລະ ເສີມອາຫານທີ່ໃຫ້ພະລັງງານດ້ວຍເຄັດລັບດັ່ງຕໍ່ໄປນີ້:
- ດື່ມນໍ້າສະອາດໃຫ້ພຽງພໍຕໍ່ມື້
- ເລືອກກິນອາຫານປະເພດຖົ່ວ
- ດື່ມຊາຂຽວຮ້ອນ
- ຮັບປະທານໂສມ
- ເສີມດ້ວຍວິຕາມິນ B ແລະ Q10

