ປີເກ້ ປະກາດອຳລາວົງການບານເຕະ ໂດຍຈະລົງຫລິ້ນເກມລີກເສົານີ້ນັດສຸດທ້າຍ ຫລັງຢູ່ຮັບໃຊ້ສະໂມສອນຍາວເຖິງ 14 ປີ

ເຄີຣາດ ປີເກ້ ປະການຫລັງຈອມເກົ໋າຂອງ ບາເຊໂລນາ ເຮັດແຟນບານເຕະຕົກໃຈ ເພາະ​ຫລ້າສຸດ​ໄດ້ປະ​ກາດອຳລາວົງການຢ່າງເປັນ​ທາງ​ການ​ ໂດຍຈະຫລິ້ນເກມສຸດທ້າຍໃນວັນເສົານີ້

ກອງຫລັງຊາວສະເປນ ອາຍຸ 35 ປີ ຈະຖືໂອກາດອຳລາແຟນບານໃນເກມ ລາ ລີກາ ນັດທີ່ ບາເຊໂລນາ ມີຄິວເປີດສະໜາມ ແຄ້ມ ນູ ພົບກັບ ອັລເມເລຍ ໃນວັນເສົາທີ 5 ພະຈິກ ເຊິ່ງຈະເປັນເກມນັດສຸດທ້າຍໃນອາຊີບນັກເຕະຂອງ ປີເກ້

ນັບເປັນຂ່າວທີ່ເກີດຂຶ້ນຢ່າງກະທັນຫັນ ຂະນະທີ່ ປິເກ້ ມີຊື່ຕິດທີມຊາດສະເປນ 55 ຄົນ ສຳລັບບານໂລກ 2022 ທີ່ປະເທດກາຕ້າ. ທີ່​ຈະ​ເປີດ​ສາກຂຶ້ນໃນ​ວັນ​ອາ​ທິດ 20 ເດືອນ​ພະ​ຈິກນີ້