ເຄຣາດ ປີເກ ປະກາດແຂວນສະຕັດຫລັງເກມເສົານີ້

ເຄຣາດ ປີເກ ປະກາດກຽມແຂວນສະຕັດ ໂດຍເກມລີກທີ່ຕົ້ນສັງກັດເປີດບ້ານພົບກັບ ອັລເມເຣຍ ວັນເສົານີ້ ຈະເປັນເກມສຸດ ທ້າຍໃນການຫລິ້ນອາຊີບຂອງລາວ.
ເຄຣາດ ປີເກ ກອງຫລັງ ບາເຊໂລນາ ແຫ່ງ ລາ ລີກາ ສະເປນ ປະກາດກຽມແຂວນສະຕັດໂດຍເກມລີກທີ່ຕົ້ນສັງກັດເປີດບ້ານ ພົບອັລເມເຣຍວັນທີ 5 ພະຈິກນີ້ ຈະເປັນເກມສຸດທ້າຍໃນການຫລິ້ນອາຊີບຂອງລາວ.
ປີເກ ອາຍຸ 35 ປີ ໂພສຄລິບວີດີໂອ ໃນໂລກອອນລາຍຂອງຕົນເອງ ເຊິ່ງບອກວ່າ : “ ຂ້ອຍຕັດສິນໃຈແລ້ວວ່າເຖິງເວລາສິ້ນສຸດ ວັດທະຈັກແລ້ວ ເກມເສົານີ້ຈະເປັນເກມສຸດທ້າຍຂອງຂ້ອຍທີ່ຄຳນູ ຫລັງຈາກນີ້ຂ້ອຍຈະເປັນກອງເຊຍຂອງທີມ ແລະ ຈະສົ່ງບາເຊໂລນາທີມຮັກຂອງຂ້ອຍໃຫ້ກັບເດັກຮຸ່ນຫລັງ ”.
ສຳລັບເສັ້ນທາງບານເຕະຂອງ ປີເກ ນັ້ນ ເລີ່ມຕົ້ນຈາກການເປັນເດັກຝຶກໃນລະບົບເຍົາວະຊົນຂອງບາເຊໂລນາ ຈາກນັ້ນ ຍ້າຍໄປເຂົ້າລະບົບເຍົາວະຊົນແມນເຊສເຕີ ຢູໄນເຕັດ ແຫ່ງພຣີເມຍລີກ ອັງກິດ ຈົນໄດ້ເລື່ອນຊັ້ນຂຶ້ນທີມຊຸດໃຫຍ່ ກ່ອນກັບມາບາເຊໂລນາອີກຮອບຕັ້ງແຕ່ປີ 2008.
ໂດຍ ປີເກ ເປັນກຳລັງສຳຄັນນຳບາເຊໂລນາ ປະສົບຄວາມສຳເລັດຢ່າງຫລວງຫລາຍ ທັງແຊ໊ມ ລາ ລີກາ 8 ສະໄຫມ, ໂກປາ ເດລ ເຣ 7 ສະໄຫມ, ຊຸບເປີໂກປາ ເດ ເອສປັນຢາ 6 ສະໄຫມ, ຢູຟາ ແຊ໊ມປຽນ ລີກ 3 ສະໄຫມ, ຢູຟາ ຊຸບເປີ ຄັບ 3 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 3 ສະໄຫມ.
ສ່ວນຜົນງານກັບທີມຊາດສະເປນ ປີເກ ຕິດທີມຊາດໄປທັງຫມົດ 102 ນັດ ຍິງໄດ້ 5 ປະຕູ ມີສ່ວນນຳທີມຄວ້າແຊ໊ມໂລກ ແລະ ແຊ໊ມຢູໂຣຢ່າງລະ 1 ສະໄຫມ ກ່ອນອຳລາທີມຊາດມາຕັ້ງແຕ່ປີ 2018.

