ປກສ ແຂວງວຽງຈັນ ມອບລົດຈັກທີ່ຖືກລັກໄປ ຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 2 ພະຈິກ 2022 ຜ່ານມາ, ເຈົ້າໜ້າທີ່ຕຳຫລວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກທີ່ຖືກຄົນບໍ່ດີລັກໄປ ໃນວັນທີ 19 ມິຖຸນາ 2021 ຈໍານວນ 1 ຄັນຍີ່ຫໍ້ YAMAHA R15 ຄືນເຈົ້າຂອງເດີມ, ເຊິ່ງລົດຈັກຄັນດັ່ງກ່າວແມ່ນລົດຂອງທ້າວ ສຸກສະຫວັນ ແກ້ວມະນີວົງ ຢູ່ບ້ານໃໝ່ໜອງຄວາຍ, ເມືອງວຽງຄຳ, ແຂວງວຽງ  ແລະ ທາງເຈົ້າໜ້າທີ່ ປກສ ແຂວງວຽງຈັນ ສາມາດເກັບກູ້ຄືນມາໄດ້ ໃນວັນທີ 2 ຕຸລາ 2022 ຜ່ານມານີ້.

ມາຮອດວັນທີ 19 ຕຸລາ 2022 ທ້າວ ສຸກສະຫວັນ ແກ້ວມະນີວົງ ເຈົ້າຂອງລົດຈັກ ໄດ້ນຳເອົາເອກະສານລົດມາຢັ້ງຢືນເອົາລົດ ຢູ່ທີ່ກອງບັນຊາການ ປກສ ແຂວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າ: ລົດຈັກຍີ່ຫໍ້ YAMAHA R15 ສີດຳ ປ້າຍທະບຽນ ດຕ 9999 ວຽງຈັນ, ເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງຕາມເອກະສານຢັ້ງຢືນ ສະນັ້ນມາໃນວັນທີ 2 ພະຈິກ 2022 ເຈົ້າໜ້າທີ່ຕໍາຫລວດ ປກສ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຈັກຄັນດັ່ງກ່າວມອບຄືນໃຫ້ເຈົ້າຂອງເດີມ.