ທ່ານໃດທີ່ມີບັນຫາເລື່ອງການນອນບໍ່ຫລັບ, ຫລັບຍາກ, ຫລັບໆຕື່ນໆ ຈົນພັກຜ່ອນບໍ່ພຽງພໍ ກາຍເປັນບັນຫາໃຫຍ່ ໂດຍສະເພາະແມ່ຍິງທີ່ມີອາການນອນບໍ່ຫລັບຫລາຍກ່ວາຜູ້ຊາຍ ແລະ ພົບຫລາຍຂຶ້ນຕາມອາຍຸ.
ມາເບິ່ງນຳກັນເລີຍວ່າແມ່ຍິງຄົນໃດມີອາການແບບໃດທີ່ເຮັດໃຫ້ນອນບໍ່ຫລັບ.
– ຫລັບຍາກ : ໃຊ້ເວລາດົນ, ພິກໂຕໄປມາເທິງຕຽງ ປະມານ 20 – 30 ນາທີ ຫລື ອາດຕ້ອງໃຊ້ໄລຍະເວລາເປັນຊົ່ວໂມງກ່ວາຈະຫລັບໄດ້ ສາເຫດມາຈາກການເຮັດວຽກເປັນກະ, ມີເລື່ອງທີ່ຄິດວິຕົກກັງວົນ, ມີສຽງລົບກວນ.
– ຕື່ນກາງເດິກ : ຕື່ນກາງເດິກແລ້ວຫລັບຕໍ່ຍາກ ຫລື ບໍ່ຫລັບອີກເລີຍໝົດຄືນ ເຊັ່ນ : ຕອນຫົວຄໍ່າອາດພໍຫລັບໄດ້ ແຕ່ບໍ່ດົນກໍຈະຕື່ນ, ໃນບາງຄົນອາດຈະຕື່ນຂຶ້ນມາແລ້ວໄປນອນຕໍ່ບໍ່ຫລັບ ສາເຫດເກີດຈາກ …. ຜົນຈາກການຫລັບບໍ່ສະໜິດ ຫລັບໆຕື່ນໆໝົດຄືນ, ອາການຊຶມເສົ້າ, ເຂົ້ານອນໄວ (ສ່ວນຫລາຍຈະເປັນໃນຜູ້ເຖົ້າ).
– ຕື່ນໄວເກີນໄປ : ຫລັບໄດ້ ແຕ່ຕອນເຊົ້າຈະຕື່ນໄວກ່ວາປົກກະຕິ ແລ້ວນອນຕໍ່ບໍ່ໄດ້ ຈະມີອາການລັກສະນະຮູ້ສຶກຄ້າຍຄືບໍ່ໄດ້ຫລັບເລີຍໝົດຄືນ ພຽງແຕ່ເຊືອບໆໄປເປັນໄລຍະໆເທົ່ານັ້ນ ເຊິ່ງຜູ້ປ່ວຍບັນຫານອນບໍ່ຫລັບອາດຈະມີອາການພຽງຂໍ້ໃດຂໍ້ໜຶ່ງ ຫລື ມີຫລາຍຂໍ້ລວມກັນກໍໄດ້ ແລະ ແນ່ນອນເມື່ອມິອາການນອນບໍ່ຫລັບໃນຕອນກາງຄືນນັ້ນກໍຈະສົ່ງຜົນກະທົບໃນຕອນກາງເວັນ ເຮັດໃຫ້ຮູ້ສຶກອ່ອນແຮງ, ອ່ອນເພຍ, ເຈັບຫົວ, ບໍ່ມີສະມາທິ, ງ່ວງນອນ. ສາເຫດເກີດຈາກ… ຫາຍໃຈບໍ່ສະດວກຈາກໄຂ້ຫວັດ, ພູມແພ້, ອາການຢຸດຫາຍໃຈຂະນະຫລັບ, ແມ່ຍິງທີ່ເຂົ້າສູ່ໄວທອງ ຫລື ໄວໝົດປະຈຳເດືອນ, ຕື່ນແລ້ວເປີດໄຟ ເຮັດໃຫ້ຮໍໂມນຄວາມງ່ວງນອນຫລຸດລົງ.
– ແລ້ວວິທີການແກ້ບັນຫານອນບໍ່ຫລັບຈະເຮັດແນວໃດ ?
1. ຝຶກໂຢຄະກ່ອນນອນ ຫລື ອອກກຳລັງກາຍຕອນແລງ.
2. ຜ່ອນຄາຍດ້ວຍກິ່ນນຳ້ມັນຫອມລະເຫີຍ.
3. ແຊ່ນຳ້ອຸ່ນ ຫລື ອາບນຳ້ອຸ່ນເພື່ອຜ່ອນຄາຍ.
4. ດື່ມຊາອຸ່ນໆກ່ອນນອນ.
5. ຟັງເພງ ASMR ຫລື ສຽງທຳມະຊາດ.
6. ບໍ່ຫລິ້ນໂທລະສັບກ່ອນນອນ.
7. ບໍ່ນອນເວັນຫລາຍເກີນໄປ.
– ບັນຫາການນອນບໍ່ຫລັບ, ອົດນອນ ຫລື ພັກຜ່ອນບໍ່ພຽງພໍ ແນ່ນອນວ່າຈະສົ່ງຜົນເສຍກັບຮ່າງກາຍ, ເຮັດໃຫ້ລະບົບຮ່າງກາຍເຮັດວຽກຕິດຂັດ, ຈະເພີ່ມຄວາມສ່ຽງຂອງການເກີດຄວາມດັນເລືອດສູງ ແລະ ບັນຫາດ້ານລະບົບຫລອດເລືອດຫົວໃຈ, ລະບົບພູມຕ້ານທານ ເຮັດວຽກໂດຍມີປະສິດທິພາບຫລຸດລົງ. ດັ່ງນັ້ນ, ບໍ່ຄວນນິ້ງນອນໃຈ ຄວນຫາສາເຫດໃຫ້ພົບ ພ້ອມທັງປ້ອງກັນ ແລະ ປິ່ນປົວຢ່າງຖືກຕ້ອງຕໍ່ໄປ.