5 ນິໄສທີ່ຈະຊ່ວຍເພີ່ມພະລັງງານໃຫ້ຫລາຍຂຶ້ນກວ່າເກົ່າ

ສໍາລັບໃຜທີ່ມີບັນຫາ ມັກນອນເວັນ ເຮັດໃຫ້ປະສິດທິພາບໃນການເຮັດວຽກຫລຸດລົງ ດຣ. ອັນເຟດ ທັນເລຍ ສາສະດາຈານ ແລະ ຫົວໜ້າພາກວິຊາເວດສາດ ດ້ານຄອບຄົວ ແລະ ສຸຂະພາບ ແຫ່ງໂຮງຮຽນ ແພດ Robert Wood Johnson ອະທິບາຍເຖິງເລື່ອງນີ້ວ່າ ການທີ່ຄົນເຮົາມີພະລັງງານຕໍ່າ ສາມາດແກ້ໄຂໄດ້ໂດຍອາໄສການປ່ຽນແປງພຶດຕິກໍາໃນກິດຈະວັດປະຈໍາວັນພຽງເລັກໜ້ອຍ ກໍສາມາດຊ່ວຍແກ້ບັນຫານີ້ໄດ້ ເຊິ່ງມີເຄັດລັບດັ່ງນີ້:
5 ນິໄສທີ່ຈະຊ່ວຍເພີ່ມພະລັງງານໃຫ້ຫລາຍຂຶ້ນກວ່າເກົ່າ
- ຖ້າເລີ່ມຄຽດ ໃຫ້ພັກອ່ານ ຫລື ເບິ່ງສິ່ງທີ່ເຮັດໃຫ້ຕົວເອງມີຄວາມສຸກ
- ບໍ່ຄວນດື່ມກາເຟເກີນ 2 ຈອກຕໍ່ມື້ ເພາະຈະສົ່ງຜົນທີ່ບໍ່ດີຕໍ່ການນອນ
- ນອນຫລັບໃຫ້ພຽງພໍໃນແຕ່ລະມື້ ຮ່າງກາຍຈະສົດຊື່ນຂຶ້ນ
- ຢຽດຕົນຕົວ ແລະ ເໜັງຕີງຢູ່ສະເໝີ
- ດື່ມນໍ້າໃຫ້ຫລາຍໆ ຈະຊ່ວຍໃຫ້ຮູ້ສຶກດີຂຶ້ນ

