ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ທົ່ວປະເທດ ຊິງຂັນປະທານບານສົ່ງ ປະຈຳປີ 2022

ພິທີເປີດງານແຂ່ງຂັນກິລາບານສົ່ງໃນຮົ່ມທົ່ວປະເທດ (ຍິງ-ຊາຍ) ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວຄັ້ງທີ IV ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2022 ນີ້, ທີ່ເດີ່ນກິລາໃນຮົ່ມກອງທັບ ຫລັກ 5 ນະຄອນຫລວງວຽງຈັນ ໂດຍການໃຫ້ເຂົ້າຮ່ວມຂອງ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ມີ 16 ທີມເຂົ້າຮ່ວມ, ໃນນັ້ນ ທີມຍິງ 6 ທີມ ແລະ ທີມຊາຍ 10 ທີມ ເຊິ່ງໄດ້ຮັບການອຸປະຖຳຫລັກຈາກບໍລິສັດ ເບຍລາວ; ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ, ທັງເປັນການພັດທະນານັກກິລາບານສົ່ງຍິງ-ຊາຍ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະ ສັງຄົມໂດຍການຫັນມາຫລິ້ນກິລາເພື່ອເຮັດໃຫ້ສຸຂະພາບແຂງແຮງ, ຕ້ານປະກົດການຍໍ້ທໍ້ຕ່າງໆ ແລະ ເພື່ອເປັນການຜູກແໜ້ນຄວາມສາມັກຄີ-ມິດຕະພາບລະຫວ່າງສະຫະພັນບານສົ່ງແຫ່ງຊາດລາວກັບບັນດາສະໂມສອນກິລາບານສົ່ງທົ່ວປະເທດ, ລະຫວ່າງຄະນະນໍາ, ຄູຝຶກ, ນັກກິລາ ແຕ່ລະສະໂມສອນ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງ. ນອກນັ້ນ ທັງເປັນການຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນສ້າງເປັນທີມຊາດໃນອະນາຄົດ ແລະ ການກຽມຄວາມພ້ອມຮອບດ້ານ ສູ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບໃນທ້າຍປີນີ້.
ສຳລັບທີມຍິງ 6 ທີມ ທີ່ເຂົ້າຮ່ວມແຂ່ງຂັນມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແລະ 3 ທີມນ້ອງໃໝ່ ກົມໃຫຍ່ການເມືອງກອງທັບ, ມາສເຕີ ເຊເວັນ ແລະ ໄດຣເວີ ເກີລ.
ທີມຊາຍ 10 ທີມ ປະກອບມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ລາວເດີນອາກາດ ຮອງແຊ້ມ, ວິທະຍາໄລພະລະສຶກສາ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງບໍ່ແກ້ວ (ນ້ອງໃໝ່), ສະໂມສອນ ບີແກນ ແລະ ອີກ 3 ທີມນ້ອງໃໝ່ຄື: ສະໂມສອນ ອັອດດີ້ ສະປອດ, ສະໂມສອນ ໂກລອັບ ວີຊີ້ ແລະ ສະໂມສອນ ໄລຟ ເຟັກເຕີຣີ້.
ສ່ວນລາງວັນ ແຊ້ມທີມຍິງ ແລະ ທີມຊາຍ ຈະໄດ້ຮັບຂັນລາງວັນ ພ້ອມເງິນລາງວັນ 12 ລ້ານກີບ, ຮອງແຊ້ມຈະໄດ້ຮັບ ເງິນລາງວັນ 9 ລ້ານກີບ, ທີສາມ 6 ລ້ານກີບ ແລະ ທີ 4 ຈະໄດ້ຮັບເງິນລາງວັນ 4 ລ້ານກີບ, ເຊິ່ງການແຂ່ງຂັນຈະດຳເນີນໄປ 7 ວັນຄື: ວັນທີ 29 ຕຸລາ ຫາ 4 ພະຈິກ 2022 ນີ້.
