ຕໍາຫລວດມອບລົດຈັກຫລາຍຄັນຄືນເຈົ້າຂອງເດີມ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ໄດ້ມອບລົດຈັກຫລາຍຄັນຄືນໃຫ້ເຈົ້າຂອງເດີມຄື: ກອງບັນຊາການ ປກສ ແຂວງສະຫວັນນະເຂດໄດ້ມອບລົດຈັກທີ່ສາມາດເກັບກູ້ຄືນມາໄດ້ພາຍຫລັງຖືກຄົນຮ້າຍລັກໄປ, ຊຶ່ງປະກອບມີລົດຈັກຍີຫໍ້ MSX 2 ຄັນ, ຮອນດາເວບໄອ 2 ຄັນ ແລະ ຮອນດາເວບ 100 ໜຶ່ງຄັນໃຫ້ເຈົ້າຂອງເດີມ, ພ້ອມນີ້ ກອງບັນຊາການ ປກສ ເມືອງຮຸນແຂວງອຸດົມໄຊ ກໍໄດ້ມອບລົດຈັກ 4 ຄັນຄືນໃຫ້ເຈົ້າຂອງເດີມ, ພາຍຫລັງສາມາດມ້າງກຸ່ມແກ໋ງລັກລົດຕົວອັນຕາຍລາຍພາຍໃນເມືອງມາດໍາເນີນຄະດີໄດ້ເມື່ອບໍ່ດົນມານີ້, ຊຶ່ງປະກອບມີ: ທ້າວ ຄຳ ອາຍຸ 19 ປີ, ທ້າວ ຄຳໄຊ ອາຍຸ 19 ປີຢູ່ບ້ານສີບຸນເຮືອງ, ທ້າວ ຈັນທາ ອາຍຸ 18 ປີ, ທ້າວ ຂັນທອງ ອາຍຸ 18 ປີຢູ່ບ້ານນາວາງເມືອງຮຸນ ແລະ ທ້າວ ປານ ອາຍຸ 20 ປີຢູ່ບ້ານຫ້ວຍລາເມືອງແບງແຂວງອຸດົມໄຊ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ປັດຈຸບັນສະພາບຂີ້ລັກ-ງັດແງະ, ປຸ້ນຈີ້-ຊິງຊັບ ປາກົດ ເຫັນມີຫລາຍໃນສັງຄົມ ແລະ ເພື່ອເປັນການສະກັດກັ້ນສະພາບການບໍ່ດີດັ່ງກ່າວໃຫ້ໝົດໄປ, ທຸກພາກສ່ວນໃນສັງຄົມຕ້ອງໄດ້ມີສະຕິລະວັງຕົວສູງໃນການປົກປັກ ຮັກສາຊັບສີນມີຄ່າ, ໄປຄຽງຄູ່ກັບການເພີ່ມທະວີຄວາມເປັນເຈົ້າການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການຕິດຕາມຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ຖ້າພົບເຫັນປະກົດການອັນບໍ່ດີຕ່າງໆ ເປັນຕົ້ນ: ການຄ້າຂາຍຢາເສບຕິດ, ຂີ້ລັກ-ງັດແງະ ແລະ ປະກົດການຫຍໍ້ທໍ້ອື່ນໆ ແມ່ນໃຫ້ຮີບຮ້ອນແຈ້ງອໍານາດການປົກຄອງ ຫລື ເຈົ້າໜ້າທີ່ ເພື່ອໃຫ້ສາມາດສະກັດກັ້ນ ແລະ ແກ້ໄຂໄດ້ທັນເວລາ.

