ອິນໂດເນເຊຍກຽມອອກວີຊາຢູ່ດົນສຸດ 10 ປີ ຫວັງກະຕຸ້ນເສດຖະກິດ

ລັດຖະບານອິນໂດເນເຊຍຕັ້ງຄວາມຫວັງວ່າ: ແຜນອອກວີຊາທ່ອງທ່ຽວໄລຍະຍາວສູງສຸດ 10 ປີ “ພາຍໃຕ້ເງື່ອນໄຂ” ຈະຊ່ວຍຟື້ນຟູເສດຖະກິດຂອງປະເທດໄດ້.

ວັນທີ 27 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານກວດຄົນເຂົ້າເມືອງຂອງອິນໂດເນເຊຍປະກາດໃນວັນທີ 27 ຕຸລາ ກ່ຽວກັບແຜນອະນຸມັດວີຊາແບບໃໝ່ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 25 ທັນວານີ້. ມາດຕະການດັ່ງກ່າວມີຊື່ວ່າ: “ເຮືອນຫລັງທີສອງ” ສຳລັບຊາວຕ່າງປະເທດທີ່ມີຈຸດປະສົງພັກອາໄສໄລຍະຍາວຢູ່ເກາະບາຫລີ ລະຫວ່າງ 5-10 ປີ.

ສຳລັບຄຸນສົມບັດ ຫລື ເງື່ອນໄຂທີ່ສຳຄັນສຳລັບຜູ້ມີຈຸດປະສົງຂໍຮັບການພິຈາລະນາວີຊາປະເພດດັ່ງກ່າວ ລວມທັງຕ້ອງມີເງິນຝາກໃນບັນຊີທະນາຄານຢ່າງໜ້ອຍ 2.000 ລ້ານຣູເປຍ ແລະ ໜັງສືເດີນທາງມີອາຍຸການນຳໃຊ້ເຫລືອບໍ່ຕໍ່າກວ່າ 36 ເດືອນ.

ທັງນີ້, ຈຸດປະສົງສຳຄັນຂອງໂຄງການນີ້ ຄືເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າສູ່ເກາະບາຫລີໃຫ້ໄດ້ຫລາຍທີ່ສຸດ ອັນຈະເປັນການກະຕຸ້ນເສດຖະກິດໃຫ້ທ້ອງຖິ່ນ. ຂະນະທີ່ທະນາຄານກາງຂອງອິນໂດເນເຊຍຄາດວ່າ: ການເປີດເກາະບາຫລີເພີ່ມຂຶ້ນ ອາດຈະສາມາດຊ່ວຍກະຕຸ້ນເສດຖະກິດຂອງປະເທດໃຫ້ເຕີບໃຫຍ່ລະຫວ່າງ 3,8-4,6% ໃນປີນີ້.

ເກາະບາຫລີກຳລັງຈະເປັນເຈົ້າພາບກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ 20 ແຫ່ງ ຫລື G20 ລະຫວ່າງວັນທີ 15-16 ພະຈິກນີ້.