ທ່ານ ຄໍາພູ ຈັນທະປານີ ຫົວໜ້າຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ນວ ໄດ້ລາຍງານ ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານກວດກາໂຮງງານຜະລິດນໍ້າດື່ມ-ນໍ້າກ້ອນ ປະຈໍາປີ 2022 ຈັດຂຶ້ນວັນທີ 26 ຕຸລາ 2022 ນີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານກວດກາ ຕິດຕາມ ໂຮງງານຜະລິດນໍ້າດື່ມນໍ້າກ້ອນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022
– ທົ່ວ ນວ ມີຫົວໜ່ວຍທຸລະກິດຮ້ານອາຫານທັງໝົດ 1.002 ຫົວໜ່ວຍ
– ມີໂຮງງານຜະລິດນໍ້າດື່ມ 283 ແຫ່ງ
– ໂຮງງານຜະລິດນໍ້າກ້ອນ/ຕູ້ນໍ້າກ້ອນ 71 ແຫ່ງ
– ໂຮງງານຫັດຖະກໍາຜະລິດອາຫານ 87 ແຫ່ງ
– ຮ້ານມີນີມາກ/ຮ້ານຂາຍຍ່ອຍ 568 ແຫ່ງ
– ໂຮງງານຜະລິດເກືອ 2 ແຫ່ງ
ຜ່ານການກວດກາຕົວຈິງງວດທີ 1 ປີ 2022 ພົບເຫັນ
– ໂຮງງານນໍ້າດື່ມ ບໍ່ມີໃບທະບຽນ ອຢ 7 ແຫ່ງ
– ບໍ່ມີໃບດໍາເນີນກິດຈະການ 1 ແຫ່ງ
– ໃບທະບຽນ ອຢ ໝົດອາຍຸ 17 ແຫ່ງ
– ໃບດໍາເນີນກິດຈະການໝົດອາຍຸ 23 ແຫ່ງ
– ໃບກວດສຸຂະພາບໝົດອາຍຸ 58 ແຫ່ງ
– ກໍາມະກອນບໍ່ໃສ່ຊຸດກັນເປື້ອນ 6 ແຫ່ງ
– ໂຮງງານນໍ້າດື່ມທີ່ຂາດການອະນາໄມ 23 ແຫ່ງ ບໍ່ມີອ່າງລ້າງມື 1 ແຫ່ງ
– ບໍ່ມີຊຸດກັນເປື້ອນ 2 ແຫ່ງ ເພດານເປ່ເພ 1 ແຫ່ງ
– ບໍ່ມີຜ້າຢາງກັ້ນບ່ອນປ່ອນກະຕຸກເຂົ້າ-ອອກ 17 ແຫ່ງ
– ໃຊ້ສາຍຢາງອັດຮ່າຍ 9 ແຫ່ງ ແສງຢູວິຂາດ
– ໃຊ້ການບໍ່ໄດ້ 1 ແຫ່ງ
– ບໍ່ມີເພດານ 1 ແຫ່ງ
– ໂຮງງານນໍ້າດື່ມສິ່ງແວດລ້ອມອ້ອມຂ້າງບໍລິເວນໂຮງງານເປື້ອນ 3 ໂຮງງານ
ສ່ວນໂຮງງານນໍ້າກ້ອນ/ຕູ້ນໍ້າກ້ອນ ບໍ່ໄດ້ຂຶ້ນທະບຽນ ອຢ 16 ແຫ່ງ ກໍາມະກອນບໍ່ມີຊຸດກັນເປື້ອນ 13 ແຫ່ງ ບໍ່ມີຫ້ອງປ່ຽນເຄື່ອງ-ອ່າງລ້າງມື 12 ແຫ່ງ ຫ້ອງບັນຈຸບໍ່ເປັນວົງປິດ 2 ແຫ່ງ ຂາດການອະນາໄມ 2 ແຫ່ງ ແລະ ໃບກວດສຸຂະພາບໝົດອາຍຸ 10 ແຫ່ງ.
ຕໍ່ສະພາບການດັ່ງກ່າວ ໄດ້ແນະນໍາໃຫ້ຜູ້ປະກອບການ ກໍຄືເຈົ້າຂອງໂຮງງານ ເອົາໃຈໃສ່ຕໍ່ບັນຫາຕ່າງໆທີ່ພົບເຫັນ ໃຫ້ໄດ້ຖືກແກ້ໄຂຕາມກໍານົດເວລາທີ່ໄດ້ບັນທຶກໄວ້ ປະກອບເອກະສານຂໍຕໍ່ ຫຼື ຂຶ້ນທະບຽນ ອຢ ນໍາກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຂໍຕໍ່ ແລະ ຂຶ້ນໃບດໍາເນີນກິດຈະການນໍາພະແນກອຸດສາຫະກໍາ ແລະ ການຄ້າ ເອົາໃຈໃສ່ຕິດຕາມກໍາມະກອນໄປກວດສຸຂະພາບທຸກໆ 6 ເດືອນ ໃຫ້ກໍາມະກອນໃສ່ຊຸດກັນເປື້ອນທຸກຄັ້ງເວລາທໍາການຜະລິດ ແປງພື້ນ ເພດານ ຝາທີ່ເປ່ເພ ແລະ ອຸປະກອນທີ້ຈໍາເປັນ ພ້ອມນັ້ນ ວິທີການແກ້ໄຂ ເອົາໃຈໃສ່ກວດກາຄຸນນະພາບການຜະລິດນໍ້າດື່ມ ນໍ້າກ້ອນ ໂຄສະນາເຜີຍແຜ່ກົດໝາຍ ຂໍ້ກໍານົດ ລະບຽບການຕ່າງໆໃຫ້ພາກສ່ວນທຸລະກິດໂຮງງານນໍ້າດື່ມ ນໍ້າກ້ອນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເປັນເຈົ້າການປະຕິບັດກົດໝາຍ ຂໍ້ກໍານົດລະບຽບການຕ່າງໆຢ່າງເຂັ້ມງວດ.