ສປປ ລາວ ເປັນປະທານຈັດກອງປະຊຸມ ລັດຖະມົນຕີ ວັດທະນະທໍາ ແລະ ສິລະປະອາຊຽນ ຄັ້ງທີ 10 ແບບທາງໄກ

ກອງປະຊຸມລັດຖະມົນຕີ ວັດທະນະທໍາ ແລະ ສິລະປະອາຊຽນ ຄັ້ງທີ 10 ແລະ ກອງປະຊຸມກ່ຽວຂ້ອງ ໃນຮູບແບບທາງໄກ ຈັດຂຶ້ນ ໃນວັນທີ 27 ຕຸລາ 2022, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ມີບັນດລັດຖະມົນຕີ ວັດທະນະທໍາ ແລະ ສິລະປະອາຊຽນ, ບັນດາເອກອັກຄະລັດຖະທູດອາຊຽນ ແລະ ເອກອັກຄະລັດຖະທູດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກກອງເລຂາອາຊຽນ ເຂົ້າຮ່ວມ, ຊຶ່ງກອງປະຊຸມໃນຄັ້ງນີ້ ແມ່ນວາລະທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ພາຍໃຕ້ຫົວຂໍ້: ການສົ່ງເສີມ ບົດບາດຂອງວັດທະນະທໍາ ແລະ ສິລະປະອາຊຽນ ຫລັງການແພ່ລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາແບບຍືນຍົງ.

อาจเป็นรูปภาพของ 1 คน และ กำลังยืนທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ວຽກງານວັດທະນະທໍາ ແລະ ສິລະປະອາຊຽນ ກໍແມ່ນຂະແໜງການໜຶ່ງທີ່ມີຄວາມສຳຄັນ ປະກອບສ່ວນເຂົ້າໃນການສ້າງເສດຖະກິດ-ສັງຄົມຂອງຊາດ ແລະ ນອນຢູ່ໃນເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຊຶ່ງໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງຜັນຂະຫຍາຍບັນດາແຜນງານຂອງຕົນ ກໍຄື ແຜນຍຸດທະສາດວັດທະນະທໍາ-ສິລະປະອາຊຽນ 2016-2025, ແຜນແມ່ບົດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2025 ແລະ ວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມໃນມື້ນີ້, ຈະເປັນຂີດໝາຍອັນສຳຄັນ ໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານການສົ່ງເສີມ ບົດບາດຂອງວັດທະນະທໍາ ແລະ ສິລະປະອາຊຽນ ຫລັງການແພ່ລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາທີ່ຍືນຍົງ. ສປປ ລາວ ເຫັນໄດ້ຄວາມສຳຄັນຂອງວຽກງານວັດທະນະທຳ-ສິລະປະ ແລະ ຖືເອົາວຽກງານດັ່ງກ່າວ ເປັນພື້ນຖານແຫ່ງຄວາມຍືນຍົງຄົງຕົວຂອງຊາດ ເປັນກຳລັງຍູ້ດັນໃຫ້ສັງຄົມມີການຂະຫຍາຍຕົວ, ທັງເປັນເປົ້າໝາຍແຫ່ງການພັດທະນາຄົນ ແລະ ສັງຄົມໃຫ້ມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ ທັງວັດຖຸ ແລະ ຈິດໃຈ ແລະ ຍັງໄດ້ປະກອບສ່ວນພັນທະຂອງຕົນຢ່າງຕັ້ງໜ້າ ດ້ວຍຄວາມເອົາໃຈໃສ່ໃນການເຂົ້າຮ່ວມບັນດາກົນໄກ ແລະ ກິດຈະກໍາຮ່ວມມືທາງດ້ານວັດທະນະທຳ-ສິລະປະ ທີ່ຈັດຂຶ້ນຢູ່ພາຍໃນປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ.

ອາຊຽນ ເປັນພາກພື້ນໜຶ່ງທີ່ມີເອກະລັກສະເພາະ, ມີຄວາມຫລາກຫລາຍທາງດ້ານວັດທະນະທໍາ, ສິ ລະປະ, ຮີດຄອງປະເພນີ, ພາສາ ແລະ ສາສະໜາ ເຖິງວ່າຈະມີຄວາມແຕກຕ່າງກັນກໍຕາມ ແຕ່ປະຊາຊົນອາຊຽນ ກໍອາໃສຢູ່ຮ່ວມກັນໂດຍສັນຕິ, ມີຄວາມສາມັກຄີປອງດອງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງມີການແລກປ່ຽນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ຕະຫລອດມາ ໂດຍຜ່ານກົນໄກການຮ່ວມມືຂອງອາຊຽນ ທີ່ມີປະສິດທິພາບ ແລະ ປະສິດຜົນ ໂດຍສະເພາະແມ່ນຂອບການຮ່ວມມື ໃນຂົງເຂດການປົກປັກຮັກສາ ແລະ ສົ່ງເສີມມໍລະດົກວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເພື່ອສ້າງເອກະລັກອາຊຽນ ແລະ ນຳໄປສູ່ການພັດທະນາທີ່ຍືນຍົງ ແລະ ວັດທະນາຖາວອນຂອງແຕ່ລະຊາດອາຊຽນ.