ກອງປະຊຸມ ວິຊາການ Workshop ການປຶກສາຫາລື ແລະ ລະດົມຄວາມຄິດໃນການປັບປຸງຮູບແບບໂຕໜັງສື ແລະ ຟອນພາສາລາວ ເພັດຊະລາດ (Phetsarath OT) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສະຕາ ໂທລະຄົມ ຈຳກັດ.

ວັນທີ 25 ຕຸລາ 2022 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ຈັດກອງປະຊຸມວິຊາການ (Workshop) ການປຶກສາຫາລື ແລະ ລະດົມຄວາມຄິດໃນການປັບປຸງຮູບແບບໂຕໜັງສື ແລະ ຟອນພາສາລາວ ເພັດຊະລາດ (Phetsarath OT) ລະຫວ່າງ ສູນບໍລິຫານລັດດີຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ສະຕາໂທລະຄົມ ຈຳກັດ.
ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ. ພ້ອມທັງ, ແຂກເຂົ້າຮ່ວມຈາກຕາງໜ້າ ບັນດາກະຊວງ, ອົງການທຽບເທົ່າ, ບັນດາທ່ານນັກພາສາສາດ, ຜູ້ພັດທະນາຟອນພາສາລາວ ແລະ ແຂກເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
ທ່ານ ບຸນມີ ມາລາວົງ – ຮອງອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມໄດ້ກ່າວວ່າ:
ບໍລິສັດ ສະຕາ ໂທລະຄົມ, ເຊີ່ງມີເຄື່ອງໝາຍການຄ້າຢູນີເທວ, ພາຍຫຼັງ 14 ປີ ແຫ່ງການສ້າງຕັ້ງ ແລະ ໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງລະບົບເຄືອຂ່າຍ ໂທລະຄົມມະນາຄົມ, ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມ ທີ່ນອນຢູ່ໃນລະດັບແຖວໜ້າຂອງ ສປປ ລາວ ແລະ ຈະໄດ້ກາຍເປັນບໍລິສັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ນໍາໜ້າໃນການປະຕິວັດ ຫັນເປັນດີຈີຕອນຂອງປະເທດ.
ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການປະກອບຄໍາຄິດເຫັນຜ່ານການນໍາໃຊ້ຮູບຕົວໜັງສືຟອນ ເຂົ້າໃນວຽກງານຕົວຈິງ ຈາກທຸກພາກສ່ວນ (ບັນດາກະຊວງ, ສື່ໜັງສືພິມ ແລະ ນັກພາສາສາດ). ພ້ອມທັງ, ສັງລວມບັນຫາຈາກການນຳໃຊ້ເພື່ອນຳໄປປັບປຸງຮູບແບບໂຕໜັງສືດັ່ງກ່າວ ໃຫ້ສາມາດນຳໃຊ້ກັບທຸກລະບົບໄດ້ຢ່າງສົມບູນ, ໃຫ້ໄດ້ມາດຕະຖານ ສາມາດຮອງຮັບໄດ້ກັບທຸກໆ ລະບົບປະຕິບັດການເຊັ່ນ: Microsoft Windows, Mac OS ແລະ ອື່ນໆ.
ເນື່ອງຈາກວ່າ Unitel ໄດ້ມີສ່ວນຮ່ວມໃນການພັດທະນາ Font Phetsarath Lao ມາຕັ້ງແຕ່ເລີ່ມຕົ້ນຮ່ວມກັບກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃນປີ 2014. ມາຮອດປັດຈຸບັນນີ້ ແມ່ນສູນບໍລິຫານລັດດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສືບຕໍ່ປັບປຸງເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ.

