ຄະແນນນິຍົມທ່ານ ໄບເດນ ເຫລືອ 39% ກ່ອນຮອດເລືອກຕັ້ງກາງສະໄໝພຽງ 2 ອາທິດ

ຄະແນນນິຍົມຂອງປະທານາທິບໍດີ ໂຈ ໄບເດນ ແຫ່ງອາເມລິກາ ຫລຸດລົງມາໃກ້ເຖິງລະດັບຕໍ່າສຸດນັບແຕ່ຮັບຕຳແໜ່ງຜູ້ນຳອາເມລິກາ ໂດຍປັດຈຸບັນເຫລືອເວລາອີກພຽງ 2 ອາທິດ ກ່ອນຮອດການເລືອກຕັ້ງກາງສະໄໝຈະເປີດຂຶ້ນ.
ຜົນການສຳຫລວດຈາກ Reuters/Ipos ເຊິ່ງມີການສອບຖາມຄວາມຄິດເຫັນປະຊາຊົນທົ່ວປະເທດເປັນເວລາ 2 ວັນ ລະບຸວ່າ: ມີພຽງ 39% ຂອງຊາວອາເມລິກາທີ່ມັກການປະຕິບັດງານຂອງທ່ານ ໄບເດນ ເຊິ່ງເປັນລະດັບຕໍ່າກວ່າຂອງອາທິດກ່ອນໜ້ານີ້.
ທັງນີ້, ການທີ່ຄະແນນນິຍົມຂອງທ່ານ ໄບເດນ ຫລຸດລົງນັ້ນ ໄດ້ຊ່ວຍໜູນມຸມມອງທີ່ວ່າ ພັກຣີພັບລິກັນອາດຈະສາມາດປີ້ນກັບມາຄອງສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນ ຫລື ສະພາຕໍ່າ ໃນການເລືອກຕັ້ງກາງສະໄໝທີ່ຈະມີຂຶ້ນໃນວັນທີ 8 ພະຈິກ ແລະ ອາດລວມທັງສະພາສູງນຳອີກ ເຊິ່ງຖ້າພັກຣີພັບລິກັນສາມາດຄອງສຽງສ່ວນຫລາຍໄດ້ໃນສະພາໃດສະພາໜຶ່ງ ກໍຈະເຮັດໃຫ້ມີອຳນາດພໍຈະຢຸດການຊຸກຍູ້ກົດໝາຍທີ່ທ່ານ ໄບເດນ ສະເໜີໄດ້.
ທ່ານ ໄບເດນ ເຂົ້າຮັບຕຳແໜ່ງປະທານາທິບໍດີອາເມລິກາ ໃນເດືອນມັງກອນ 2021 ໃນໄລຍະທີ່ໂຄວິດກຳລັງລະບາດໜັກ ທ່າມກາງສະພາບເສດຖະກິດທີ່ກຳລັງໄດ້ຮັບຜົນກະທົບຈາກພະຍາດລະບາດ ລວມທັງເງິນເຟີ້ທີ່ເພີ່ມຂຶ້ນ ໂດຍໃນປີນີ້ ຄະແນນຄວາມນິຍົມຂອງທ່ານ ໄບເດນ ເຄີຍຫລຸດລົງເຖິງ 36% ໃນເດືອນພຶດສະພາ ແລະ ມິຖຸນາ.
ໃນການສຳຫລວດຄວາມຄິດເຫັນຂອງ Reuters/Ipsos ອາທິດນີ້ 1 ໃນ 3 ຂອງຜູ້ຕອບແບບສອບຖາມເບິ່ງວ່າ: ບັນຫາດ້ານເສດຖະກິດເປັນບັນຫາໃຫຍ່ທີ່ສຸດຂອງປະຊາຊົນ. ຂະນະທີ່ປະຊາຊົນ 1 ໃນ 10 ເບິ່ງວ່າອາດຊະຍາກຳເປັນບັນຫາໃຫຍ່ສຸດ, ສ່ວນປະຊາຊົນ 1 ໃນ 20 ເບິ່ງວ່າບັນຫາໃຫຍ່ສຸດຂອງອາເມລິກາ ຄືການຍົກເລີກສິດດ້ານການເອົາລູກອອກ.
ອ້າງອີງ:
https://www.reuters.com/…/biden-approval-dips-39…/

