ເຈົ້າແຂວງຄຳມ່ວນ ເນັ້ນໃຫ້ດ່ານສາກົນຂົວມິດຕະພາບ 3 ເອົາໃຈໃສ່ຄຸ້ມຄອງ-ປັບປຸງດ້ານການບໍລິການໃຫ້ມີຄວາມສະດວກ ແລະ ວ່ອງໄວ

ແຫລ່ງຂ່າວແຂວງຄຳມ່ວນລາຍງານວ່າ: ວັນທີ 26 ຕຸລາ 2022 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະລົງເຄື່ອນໄຫວຕິດຕາມ, ຊຸກຍູ້ລະບົບກົນໄກການຄຸ້ມຄອງ, ບໍລິຫານ ຢູ່ດ່ານສາກົນຂົວມິດຕະພາບ 3 (ຄຳມ່ວນ-ນະຄອນພະນົມ) ໂດຍມີ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3, ດ່ານສາກົນນາເພົ້າ, ເຈົ້າໜ້າທີ່ ພາສີ, ຕໍາຫລວດ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາງໜ້າຄະນະຄຸ້ມຄອງດ່ານຂົວມິດຕະພາບ 3 ໄດ້ລາຍງານວ່າ: ດ່ານສາກົນຂົວມິດຕະພາບ 3 ປະກອບມີ 5 ຂະແໜງການຫລັກຄື: ກວດກາຄົນເຂົ້າ-ອອກເມືອງ, ພາສີ, ຫ້ອງການບໍລິຫານ, ກັກກັນພືດ-ສັດ, ອາຫານ-ຢາ ແລະ ຄວບຄຸມພະຍາດຕິດຕໍ່, ພົວພັນຊາຍແດນ ແລະ ກົງສູນ. ເຊິ່ງໄລຍະ 9 ເດືອນຜ່ານມາ ມີຄົນເຂົ້າ-ອອກ ດ່ານທັງໝົດ 33.689 ຄົນ ໃນນັ້ນ ຄົນລາວ 17.718 ຄົນ, ຄົນໄທ 13.902 ຄົນ, ຄົນຫວຽດນາມ 1.692 ຄົນ ແລະ ຄົນປະເທດທີ່ 3 ມີ 377 ຄົນ, ມີພາຫະນະເຂົ້າ-ອອກ ທັງໝົດ 11.880 ຄັນ. ທາງດ້ານການຈັດເກັບລາຍຮັບງົບປະມານ ແຜນການໃນປີ 2022 ເທົ່າກັບ 412,70 ຕື້ກີບ ໃນໄລຍະ 9 ເດືອນ ປະຕິບັດໄດ້ 286,20 ຕື້ກີບ ເທົ່າກັບ 69,35% ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 41% ຫລື ເທົ່າກັບ 83,53 ຕື້ກີບ. ພ້ອມນີ້ຕາງໜ້າຂະແໜງການຕ່າງໆພາຍໃນດ່ານກໍໄດ້ລາຍງານກ່ຽວກັບສະພາບ ການເຄື່ອນໄຫວວຽກງານຂອງຕົນ ລວມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໄລຍະທີ່ຜ່ານມາ.

ໂອກາດນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະຄຸ້ມຄອງດ່ານ ແລະ ບັນດາຂະແໜງການ ເອົາໃຈໃສ່ທາງດ້ານການຄຸ້ມຄອງ, ການປັບປຸງການບໍລິການໃຫ້ມີຄວາມໂລ່ງລ່ຽນ, ຫລຸດຜ່ອນການບໍລິການທີ່ມີຫລາຍຂັ້ນ, ຫລາຍຂອດທີ່ບໍ່ຈຳເປັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການໃຫ້ມີຄວາມວ່ອງໄວ ເພື່ອການຈໍລະຈອນ ແລະ ຂົນສົ່ງສິນຄ້າເຂົ້າ-ອອກ ມີຄວາມສະດວກ ແລະ ຫລາຍຂຶ້ນ ປະກອບສ່ວນເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸ ຫລື ລື່ນແຜນການທີ່ວາງໄວ້, ຕິດຕາມ ແລະ ໃຫ້ການຊ່ວຍເຫລືອແກ່ຜູ້ບໍລິການ ກໍຄືນັກທ່ອງທ່ຽວໃນທຸກດ້ານ ລວມເຖິງການປັບປຸງດ້ານບຸກຄະລິກກະພາບຂອງເຈົ້າໜ້າທີ່ ທີ່ໃຫ້ບໍລິການເວົ້າຈາສຸພາບຮຽບຮ້ອຍ ເພື່ອສ້າງຄວາມເຊື່ອໝັ້ນ, ຄວາມອົບອຸ່ນ ແລະ ຄວາມປະທັບໃຈ ແກ່ນັກທ່ອງທ່ຽວ, ປັບປຸງທາງດ້ານການບໍລິຫານດ່ານ, ການສ້ອມແປງ, ອະນາໄມທາງດ້ານອາຄານ, ສະຖານທີ່ ແລະ ຂອບເຂດບໍລິເວນດ່ານ, ການປະດັບປະດາ ແລະ ອື່ນໆ ໃຫ້ມີຄວາມສະອາດ, ສວຍງາມ ເພື່ອສ້າງເປັນຈຸດດຶງດູດໃຈໜຶ່ງໃຫ້ແກ່ນັກທ່ອງທ່ຽວທີ່ມາແລ້ວຢາກກັບມາອີກ.