ມິດເດິລໂບຣ ແຕ່ງຕັ້ງ ຄາຣິກ ນັ່ງຕຳແໜ່ງຜູ້ຈັດການທີມຄົນໃຫມ່

ໄມເຄິລ ຄາຣິກ ອະດີດກອງກາງ ແມນເຊສເຕີ ຢູໄນເຕັດ ປະເດີມງານຜູ້ຈັດການທີມເຕັມຕົວເປັນຄັ້ງທຳອິດ ຫລັງໄດ້ຮັບການ ແຕ່ງຕັ້ງເປັນຜູ້ຈັດການທີມທີມຄົນໃຫມ່ຂອງມິດເດິລ ສະໂບ ທີມໃນລີກ 2 ອັງກິດ (The Championship) ຮຽບຮ້ອຍແລ້ວ ໂດຍມີ ໂນນາທານ ວູດເກດ ເປັນມືຂວາ ປະເດີມນັດທຳອິດພົບກັບ ເປຣສຕັນ ເສົານີ້.
ມິດເດິລສະໂບ ທີມໃນ ເດິ ແຊ໊ມປຽນຊິບ ອັງກິດ ປະກາດແຕ່ງຕັ້ງ ໄມເຄິລ ຄາຣິກ ອະດີດກອງກາງ ແມນເຊສເຕີ ຢູໄນເຕັດ ເປັນຜູ້ຈັດການທີມຄົນໃຫມ່ຢ່າງເປັນທາງການຮຽບຮ້ອຍແລ້ວ ເມື່ອວັນຈັນທີ່ຜ່ານມາ ໂດຍຖືເປັນການຮັບງານຜູ້ຈັດການ ທີມເປັນຄັ້ງທຳອິດຂອງອະດີດດາວເຕະອາຍຸ 41 ປີ ຫລັງຈາກທີ່ລາວເຄີຍຄຸມ ແມນຢູ ຊົ່ວຄາວ 3 ນັດ ຫລັງ ໂອເລ ກຸນນາ ໂຊລຊາ ຖືກປົດເມື່ອໄລຍະທ້າຍປີຜ່ານມາ.
ຄາຣິກ ເຊິ່ງຈະເປີດຄຸມທີມພົບກັບ ເປຣສຕັນ ໃນວັນເສົານີ້ ກ່າວວ່າ : “ ມິດເດິລສະໂບ ຄືສະໂມສອນອາຊີບສະໂມສອນທຳອິດ ທີ່ຂ້ອຍລົງຫລ້ນໃນຖານະນັກເຕະຕອນອາຍຸ 9 ປີ ດັ່ງນັ້ນການໄດ້ກັບມາບ່ອນນີ້ອີກຄັ້ງໃນຖານະຫົວໜ້າຜູ້ຈັດການທີມ ຖືເປັນຄວາມຮູ້ສຶກທີີ່ພິເສດ ຂ້ອຍເຕີບໂຕຂຶ້ນມາໃນແຖບພາກຕາເວັນອອກສຽງເໜືອ ແລະ ຮູ້ດີວ່າບານເຕະມີຄວາມ ຫມາຍກັບຄົນຢູ່ນີ້ຫລາຍພຽງໃດ ”.

