ໄທ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທີ 12 ເດີນທາງມາຈາກປະເທດໂອມານ

ໃນວັນທີ 24 ຕຸລາ 2022 ທີ່ຜ່ານມາ: ກົມຄວບຄຸມພະຍາດຕິດຕໍ່ປະເທດໄທ ໄດ້ຮັບລາຍງານວ່າພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນໃໝ່ ເປັນນັກທ່ອງທ່ຽວເພດຊາຍ ອາຍຸ 25 ປີ ສັນຊາດໂອມານ ເດີນທາງມາຮອດປະເທດໄທວັນທີ 3 ຕຸລາ 2022 ແລະ ບິນມາຮອດພູເກັດວັນທີ 4 ຕຸລາ 2022 ໂດຍເດີນທາງມາກັບໝູ່ 3 ຄົນ ເຊິ່ງເປັນຄົນທີ 12 ຂອງປະເທດໄທທີ່ຕິດເຊື້ອພະຍາດໝາກສຸກລີງ.

ຕາມການສອບຖາມຂໍ້ມູນເບື້ອງຕົ້ນ ຄົນເຈັບໄດ້ມີປະຫວັດໄປທ່ຽວສະຖານທີ່ບັນເທີງ ໄປຮ້ານອາຫານອາຫລັບ ມາຮອດວັນທີ 11 ຕຸລາ ເລີ່ມມີອາການໄຂ້, ໄອ, ມີຕຸ່ມໜອງຂຶ້ນຕາມລຳຕົວ, ອະໄວຍະວະເພດ, ຂາ ແລະ ໜ້າເອິກ.

ຕໍ່ມາ ວັນທີ 18 ຕຸລາ ໄດ້ເຂົ້າຮັບການປິ່ນປົວທີ່ໂຮງໝໍ ປ່າຕອງ ຈັງຫວັດພູເກັດ ແລະ ທາງໂຮງໝໍໄດ້ເກັບຕົວຢ່າງສົ່ງກວດເຊື້ອທີ່ຫ້ອງປະຕິບັດການສູນວິທະຍາສາດການແພດພູເກັດ, ຜົນກວດພົບເຊື້ອພະຍາດໝາກສຸກລີງ ສ່ວນໝູ່ອີກ 3 ຄົນແມ່ນບໍ່ມີອາການ
ສຳລັບສະຖານະການພະຍາດໝາກສຸກລີງທົ່ວໂລກ ພົບຜູ້ຕິດເຊື້ອຈຳນວນ 75,345 ຄົນ ພື້ນທີ່ການລະບາດສ່ວນຫລາຍແມ່ນພົບຢູ່ທະວີບຢູໂຣບ ເປັນຕົ້ນແມ່ນ
– ສະຫະລັດອາເມຣິກາ 27,774 ຄົນ
– ບຣາຊິວ 8,778 ຄົນ
– ສະເປນ 7,277 ຄົນ
– ຝຣັ່ງ 4,084 ຄົນ
– ອັງກິດ 3,686 ຄົນ
ມີຜູ້ເສຍຊີວິດແລ້ວ 32 ຄົນ ຂໍ້ມູນວັນທີ 20 ຕຸລາ 2022