ແຮລີ່ ແມັກໄກວ ກອງຫລັງຂອງ ແມນຢູ ກັບມາລົງຊ້ອມກັບທີມເຕັມສູບ ເພື່ອທົດແທນ ວາຣານ ທີ່ບາດເຈັບ

ກອງທັບແຟນໆຂອງ ຜີສາດແດງ ໃຈຫາຍໃຈຄວ້ຳກັບເກມນັດທີ່ສະເໝີກັບ ເຊວຊີ 1-1 ແລະຍັງຕ້ອງມາເສຍ ຣາຟາເອລ ວາຣານ ທີ່ໄດ້ຮັບບາດເຈັບບໍລິເວນກ້າມເນື້ອຕົ້ນຂາທີ່ເຊິ່ງອາດຈະຕ້ອງພັກປະມານ 1 ເດືອນຈົນເຖິງການແຂ່ງຂັນບານໂລກເລີຍທີດຽວ
ແຕ່ໃນຂ່າວຮ້າຍກໍ່ຍັງມີຂ່າວດີເມື່ອກັບຕັນທີມຕົວຈິງສຽງຈິງ ແຮລີ່ ແມັກໄກວ ຫາຍຈາກອາການບາດເຈັບໄດ້ທັນເວລາ ແລະ ກັບມາຝຶກຊ້ອມເຕັມຮູບແບບກັບ ແບຣນດອນ ວິນລຽມສ໌ ທີ່ສະໜາມຝຶກຊ້ອມ ແຄຣຣິງຕັນ ໃນວັນທີ 21 ຕຸລາຜ່ານມາ. ກອງຫລັງອາຍຸ 29 ປີ ໄດ້ຮັບບາດເຈັບຫລັງຈາກລົງຫລິ້ນໃຫ້ກັບທີມຊາດອັງກິດ ໃນຊ່ວງທ້າຍເດືອນກັນຍາຜ່ານມາ
ຢ່າງໃດກໍ່ຕາມ, ເຖິງວ່າຈະຫາຍດີຈາກການບາດເຈັບ ແຕ່ ແມັກໄກວ ຕ້ອງພະຍາຍາມເລັ່ງຄວາມຟິດໃຫ້ທັນກ່ອນເກມລີກນັດຕໍ່ໄປທີ່ເປີດບ້ານພົບກັບ ເວັສແຮມ ໃນຄືນວັນທີ 30 ຕຸລາ ເວລາ 23:15 ໂມງ ເຊິ່ງຄາດວ່າເກມ ຢູໂຣປາ ລີກ ທີ່ຈະພົບກັບ ເຊີຣີຟ ກາງອາທິດນີ້ (27 ຕຸລາ) ອາດຈະໄດ້ນັ່ງຢູ່ສຳຮອງໄປກ່ອນ.

