ສະເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ, ຈັດງານສະເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022 ພາຍໃຕ້ຄໍາຂັວນ:“ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ ໂພຊະນາການ ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” ແລະ ຄໍາຂວັນທີ່ວ່າ:“ກຽດສັກສີເພື່ອທຸກຄົນ ໃນການປະຕິບັດຕົວຈິງ ຄວາມໝາຍໝັ້ນທີ່ພວກເຮົາໃຫ້ຮ່ວມກັນ ເພື່ອຄວາມຍຸຕິທໍາທາງສັງຄົມ, ສັນຕິພາບ ແລະ ໂລກຂອງພວກເຮົາ”.
อาจเป็นรูปภาพของ 6 คน และ ผู้คนกำลังยืน
ພີທີເປີດງານໃນວັນທີ 24 ຕຸລາ ທີ່ສະຖາບັນຄົ້ນຄວ້າກະສິກໍາ ແລະ ພັດທະນາຊົນນະບົດ (ວິທະຍາເຂດດົງໂດກ) ໂດຍມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈໍາ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ກ່າວວ່າ: ການສະເຫລີມສະຫລອງ ວັນອາຫານໂລກ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປີນີ້ ຈັດຂຶ້ນທ່າມກາງບັນດາສິ່ງທ້າທາຍຫລາຍຢ່າງໃນທົ່ວໂລກ ຊຶ່ງໄດ້ມີຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຄຽງຄູ່ກັນນັ້ນຫລາຍປະເທດໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ການລະບາດຂອງພະຍາດໂຄວິດ-19, ສຳລັບປະເທດລາວກໍຕົກຢູ່ໃນສະພາບເງື່ອນໄຂດຽວກັນ ແຕ່ເຖິງຢ່າງໃດກໍ່ຕາມຂະແໜງກະສິກຳ ແລະ ປ່າໄມ້ ໂດຍຮ່ວມກັບບັນດາຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມພັດທະນາ ແລະ ຜູ້ປະກອບການ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນເປັນຕົ້ນ: ຂະແໜງກະສິກຳ ແລະ ປ່າໄມ້ ຂະຫຍາຍໂຕ 2,9% ລື່ນແຜນສະພາຮັບຮອງ 0.2% ໃນນັ້ນຜະລິດເຂົ້ານາແຊງ 438.000 ໂຕນ ລື່ນຄາດໝາຍ 2,9%, ເຂົ້ານາປີບັນລຸ 768.224 ເຮັກຕາ ລື່ນແຜນການ 1,7%, ຜະລິດສະບຽງອາຫານໄດ້ 2,03 ລ້ານໂຕນ, ຜະລິດຊິ້ນ, ໄຂ່, ປາ, ໄດ້ 392.016 ໂຕ, ການສົ່ງອອກສິນຄ້າບັນລຸໄດ້ 1,1 ຕື້ໂດລາສະຫະລັດ, ຄາດວ່າໝົດປີຈະໄດ້ຕາມແຜນການທີ່ວາງໄວ້ 1,2 ຕື້ໂດລາ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຄ້ຳປະກັນສະບຽງອາຫານ ແລະ ລຶບລ້າງຄວາມອຶດຫິວ.
ສຳລັບການພັດທະນາຊົນນະບົດ ອີງຕາມມາດຖານໃໝ່ຂອງດຳລັດ 348/ລບ ມີເມືອງພົ້ນທຸກ 53 ເມືອງ ເທົ່າກັບ 35,82% ບ້ານພົ້ນທຸກ 4.792 ບ້ານ ເທົ່າກັບ 56,87% ແລະ ຄອບຄົວພົ້ນທຸກ 964. 149 ຄອບຄົວ ເທົ່າກັບ 77,78%, ມີຄອບຄົວພັດທະນາ 736.996 ຄອບຄົວ ເທົ່າກັບ 59,44% ບ້ານພັດທະນາ 747 ບ້ານ ເທົ່າກັບ 8,86% ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 14 ບ້ານ ແລະ ເມືອງເຂັ້ມແຂງຮອບດ້ານ 5 ເມືອງ ຊຶ່ງທັງໝົດເຫຼົ່ານັ້ນໄດ້ເປັນພື້ນຖານອັນສຳຄັນໃນການນຳເອົາປະເທດຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SIM).
อาจเป็นรูปภาพของ ผลไม้ และ สถานที่ในร่ม
ພາຍໃນງານມີຫລາຍກິດຈະກຳ ເປັນຕົ້ນ ການປາຖະກະຖາ ຄຳຂວັນຂອງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ການຈັດສຳມະນາ ແລະ ງານວາງສະແດງ ແລະ ຈຳໜ່າຍສິນຄ້າກະສິກຳ ຈົນເຖິງວັນທີ 28 ຕຸລາ 2022.