ພາຍຸ ເຮີລິເຄນ ຣອສລິນ ຖະຫລົ່ມ ແມັກຊິໂກ ເຮັດໃຫ້ຝົນຕົກໜັກລົມແຮງ ເສຍຊີວິດແລ້ວ 2 ຄົນ

ໃນວັນທີ 23 ຕຸລາ 2022 ນີ້ ເວັບໄຊຂ່າວກາດຽນ ລາຍງານໃຫ້ຮູ້ວ່າ: ພາຍຸ ເຮີລິເຄນ ຣອສລິນ ມີຄວາມຮຸນແຮງລະດັບ 3 ພັດເຂົ້າສູ່ບໍລິເວນ ເມືອງ ຊານຕາຄູ ເມືອງທ່ອງທ່ຽວທາງພາກຕາເວັນຕົກຂອງແມັກຊິໂກ ເມື່ອເວລາປະມານ 5:30 ໂມງຂອງຕອນເຊົ້າວັນທີ 23 ຕຸລາ ຕາມເວລາທ້ອງຖິ່ນ, ດ້ວຍແຮງລົມສູງສຸດປະມານ 195 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ມີຝົນຕົກໜັກ ແລະ ກະແສລົມແຮງ ໃນລັດ ຮາລິສໂກ ນາຍາຣິດ ແລະ ໂຄລິມາ ໂດຍມີລາຍງານວ່າພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ໃນລັດນາຍາຣິດ
ກ່ອນໜ້ານີ້ ສູນເຮີລິເຄນແຫ່ງຊາດສະຫະລັດ ອອກແຈ້ງເຕືອນວ່າຈະເກີດກະແສລົມແຮງ ສ້າງຄວາມເສຍຫາຍເປັນວົງກວ້າງ ແລະ ມີຝົນຕົກໜັກເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ແລະ ມີຄື່ນສູງເຖິງ 6 ແມັດ ຕາມຝັ່ງທະເລແຖບມະຫາສະໝຸດປາຊິຟິກ ລ່າສຸດພາຍຸອ່ອນກຳລັງລົງເລັກໜ້ອຍຂະນະເຄື່ອນຕົວໄປທາງພາກກາງຂອງປະເທດ

