ໂຮງໝໍສາກົນປາກເຊ – ທັງຮົວ ເປີດນໍາໃຊ້ຫ້ອງຜ່າຕັດໃໝ່ ທີ່ທັນສະໄໝ

ວັນທີ 21 ຕຸລາ 2022 ນີ້, ແຂວງຈຳປາສັກ ໄດ້ເປີດນຳໃຊ້ຫ້ອງຜ່າຕັດໃໝ່ ຂອງໂຮງໝໍສາກົນປາກເຊ-ທັງ ຮົວ (ຕຶກສາກົນໂຮງໝໍແຂວງ) ໂດຍ ການເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ທ່ານ ດຣ ສົມປະສົງ ປັນຍາ ອໍານວຍການໂຮງໝໍສາກົນປາກເຊ-ທັງຮົວ, ທ່ານ ດຣ ຫງວຽນ ທັນ ເຝືອກ ຜູ້ອໍານວຍການໂຮງໝໍເອກະຊົນ ທັງ ຮົວ ແຂວງກວາງນາມ ສສ ຫວຽດນາມ ແລະ ຕາງໜ້າສອງຝ່າຍ ລາວ-ຫວຽດນາມເຂົ້າຮ່ວມ.

ທ່ານ ອໍານວຍການ ໂຮງໝໍສາກົນປາກເຊ-ທັງ ຮົວ ໄດ້ກ່າວວ່າ: ຕຶກສາກົນໂຮງໝໍຈໍາປາສັກໃນເມື່ອກ່ອນໄດ້ຮັບການກໍ່ສ້າງຂຶ້ນ ໃນປີ 2009 ແລະ ສໍາເລັດເປີດໃຊ້ບໍລິການວັນທີ 1 ມັງກອນ 2011 ດ້ວຍຮູບການສໍາປະທານ 30 ປີ ໂດຍແມ່ນທຶນເອກະຊົນລາວ 100%. ຜ່ານການເຄື່ອນໄຫວມາໄດ້ໄລຍະ 10 ປີ, ເຫັນວ່າພວກເຮົາພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍ, ມາຮອດປີ 2019 ຜູ້ບໍລິຫານໂຮງໝໍສາກົນໄດ້ຕັດສິນໃຈຂາຍຮຸ້ນບໍລິຫານໃຫ້ໂຮງໝໍທັງ ຮົວ ແຂວງກວ໊າງນາມ ສ.ສ ຫວຽດນາມ (ໂຮງໝໍເອກະຊົນ) 80% ເພື່ອເສີມບັນຫາທີ່ຂາດເຂີນຢູ່ນັ້ນ.

ພາຍຫລັງທີ່ປ່ຽນຮູບການບໍລິຫານໂຮງໝໍມາເປັນວິສາຫະກິດປະສົມລາວ ກັບຕ່າງປະເທດແລ້ວ ຊື່ໂຮງໝໍກໍປ່ຽນມາເປັນ “ໂຮງໝໍສາກົນປາກເຊ-ທັງ ຮົວ” ຕາມໃບອະນຸຍາດລົງທຶນວິສາຫະກິດປະສົມ ເລກທີ 022-19/ຄລທຂ.ຈສ ລົງວັນທີ 23 ຕຸລາ 2019. ແຕ່ກໍພົບບັນຫາທີ່ໜັກໜ່ວງກວ່າເກົ່າ ຍ້ອນການແພ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ວິຊາການຈາກ ສ.ສ ຫວຽດນາມ ເຂົ້າມາປະເທດລາວບໍ່ໄດ້, ທຶນທີ່ຈະພັດທະນາກໍບໍ່ສາມາດນໍາມາໄດ້. ພາຍຫລັງທີ່ພະຍາດໂຄວິດ-9 ໄດ້ເບົາບາງລົງ ລັດຖະບານ ສປປ ລາວ ໄດ້ເປີດປະເທດແລະ ຈຶ່ງໄດ້ນໍາວິຊາການ, ທຶນມາພັດທະນາໂຮງໝໍຕາມແຜນການທີ່ວາງໄວ້ເປັນຕົ້ນຫ້ອງຜ່າຕັດໃໝ່ທີ່ທັນສະໄໝ, ລະບົບອຸປະກອນ ແລະ ເຄື່ອງມືອຳນວຍຄວາມສະດວກໃນການຜ່າຕັດຄົບຊຸດ.

ໂອກາດນີ້, ທ່ານ ຮອງເຈົ້າແຂວງຈໍາປາສັກ ຍັງໄດ້ຕີລາຄາສູງວ່າການເປີດ ແລະ ນຳໃຊ້ຫ້ອງຜ່າຕັດທີ່ທັນສະໄໝ ຂອງໂຮງໜໍສາກົນດັ່ງກ່າວ ຈະສາມາດເພີ່ມປະສິດທິພາບ ແລະ ທາງເລືອກທີ່ດີໃຫ້ແກ່ການປິ່ນປົວຄົນເຈັບ ກໍຄືປະຊາຊົນໃຫ້ສູງຂຶ້ນ, ຕອບສະໜອງໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກທາງດ້ານສາທາລະສຸກ.