ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນຕອນເຊົ້າວັນທີ 22 ຕຸລາ 2022 ນີ້, ທີ່ຫໍສະພາປະຊາຊົນແຫ່ງ ຊາດຈີນ ຢູ່ນະຄອນຫລວງປັກກິ່ງ ພາຍຫລັງດໍາເນີນມາ ເປັນເວລາ 7 ວັນ.
ຕະຫລອດໄລຍະເວລາ 7 ວັນ, ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານການເມືອງຂອງຄະນະກຳມະການສູນກາງກອມມູນິດຈີນ ສະໄໝທີ XIX ທີ່ໄດ້ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ເໝົາເຈີຕຸງ, ທິດສະດີເຕີ້ງສຽວຜິງ, ແນວຄິດສໍາຄັນ “3 ຕົວແທນ”, ທັດສະນະພັດທະນາຕາມຫຼັກວິທະຍາ ສາດ ແລະໄດ້ຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ວິເຄາະສະພາບ ການທັງພາຍໃນ ແລະຕ່າງປະເທດ, ທົບທວນ ແລະສະຫຼຸບຄືນວຽກງານໃນໄລຍະ 5 ປີຜ່ານມາ ແລະການປ່ຽນແປງອັນຍິ່ງໃຫຍ່ໃນໄລຍະ 10 ປີຂອງຍຸກໃໝ່ ທີ່ຍົກໃຫ້ເຫັນຜົນສໍາເລັດໃນຫລາຍດ້ານ ເຊັ່ນ: ການເປີດສະພາບໃໝ່ແຫ່ງລັດທິມາກທີ່ຫັນເປັນແບບຈີນ ແລະ ໄປພ້ອມກັບຍຸກສະໄໝ, ສີສັນພິເສດຂອງຈີນ, ຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ ແລະອື່ນໆ, ພ້ອມນີ້ ໄດ້ວາງແຜນຍຸດທະສາດກ່ຽວກັບການສ້າງສາປະເທດສັງຄົມນິ ຍົມທັນສະໄໝຢ່າງຮອບດ້ານ ແລະການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາຊາດຈີນຢ່າງຮອບດ້ານ, ວາງແຜນຢ່າງ ຮອບດ້ານກ່ຽວກັບການປະ ສານສົມທົບການຊຸກຍູ້ແຜນຍຸດທະສາດລວມ “ການພັດ ທະນາພາລະກິດ 5 ດ້ານຢ່າງເປັນເອກະພາບກັນ” ແລະ ຊຸກຍູ້ແຜນຍຸດທະສາດ 4 ຮອບດ້ານຢ່າງກົມກຽວກັນ, ຊີ້ທິດກ້າວໄປຂ້າງໜ້າ ແລະ ກຳນົດທິດຊີ້ນໍາໃຫ້ກັບການພັດ ທະນາພາລະກິດຂອງພັກ ແລະ ປະເທດຊາດໃນຂະບວນ ການໃໝ່ຂອງຍຸກໃໝ່ ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີປະການທີ 2.
ກອງປະຊຸມ ຍັງໄດ້ຮັບຮອງເອົາບົດລາຍງານຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນ ສະ ໄໝທີ XIX ທີ່ໄດ້ສະຫຼຸບຄືນພຶດຕິກຳ ແລະ ປະສິດທິຜົນອັນສຳຄັນທີ່ຄະນະກຳມະການກວດກາວິໄນທຸກຂັ້ນໄດ້ຮັບໃນດ້ານການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIX ເປັນຕົ້ນມາ ໂດຍໄດ້ຕີລາຄາຄືນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ລົງເລິກຊຸກຍູ້ໂຄງການທີ່ຍິ່ງໃຫຍ່ອັນໃໝ່ຂອງການກໍ່ສ້າງພັກໃນຍຸກໃໝ່ທີ່ມີຕໍ່ການສ້າງສາປະເທດສັງ ຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ ແລະ ອື່ນໆ ເຊີ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ອັນຂອງພັກໃນການຊຸກຍູ້ການກໍ່ສ້າງແບບ ແຜນຂອງພັກ, ການປົກຄອງແບບປອດໃສຂາວ ສະອາດຂອງພັກ ແລະຕ້ານການສໍ້ລາດບັງຫຼວງດ້ວຍສະຕິ ແລະຄວາມໜັກແໜ້ນທີ່ກ້າວເດີນໄປສູ່ຂ້າງໜ້າຕະຫຼອດໄປ.
ກອງປະຊຸມ ຍັງໄດ້ຮັບຮອງເອົາກົດລະບຽບຂອງພັກກອມມູນິດຈີນສະບັບປັບປຸງ ເຊີ່ງສ່ອງແສງໃຫ້ເຫັນເຖິງໝາກຜົນທີ່ພັກກອມມູນິດຈີນໄດ້ຮັບໃນການປະດິດສ້າງດ້ານທິດສະດີ, ການປະດິດສ້າງດ້ານພຶດຕິກໍາ ແລະ ການປະດິດສ້າງດ້ານລະບຽບການ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIX ເປັນຕົ້ນມາ ແລະໄດ້ຮຽກຮ້ອງຢ່າງຈະແຈ້ງຕໍ່ການຍຶດໝັ້ນ ແລະເພີ່ມທະວີການນຳພາຮອບດ້ານຂອງພັກ, ບໍ່ຫວັ່ນໄຫວຄອນແຄນໃນການເດັດດ່ຽວຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຍຶດໝັ້ນ ແລະປັບປຸງການກໍ່ ສ້າງພັກ, ຊຸກຍູ້ການປະຕິວັດໂດຍຕົນເອງຂອງພັກ.
ນອກຈາກນີ້ ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ເລືອກຕັ້ງເອົາຄະນະກໍາມະການສູນກາງພັກກອມມູນິດຈີນຊຸດໃໝ່ ໂດຍໄດ້ໂຮມພະນັກງານຫຼັກແຫຼ່ງບໍລິຫານ ແລະ ຜູ້ຕາງໜ້າທີ່ດີເດັ່ນຂອງພັກກອມ ມູນິດຈີນໃນທຸກເຂດແຄວ້ນ, ທຸກພາກສ່ວນ, ທຸກຂົງເຂດ ແລະ ທຸກຂະແໜງການ, ເຊິ່ງມີຄຸນທາດທີ່ດີ, ກວມເຖິງທຸກດ້ານຢ່າງສະໝ່ຳສະເໝີ ແລະມີອົງປະກອບທີ່ສົມເຫດສົມ ຜົນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສູນກາງພັກ ແລະຄວາມປາຖະໜາຂອງພະນັກງານມະຫາຊົນທັງ ຫຼາຍ, ສອດຄ່ອງກັບສະພາບຕົວຈິງຂອງຄະນະນໍາ ແລະຖັນແຖວພະນັກງານ ເພື່ອແບກຫາບໜ້າທີ່ສຳຄັນທາງປະ ຫວັດສາດໃນການສາມັກຄີ ແລະນໍາພາທົ່ວພັກ ແລະ ປະ ຊາຊົນບັນດາເຜົ່າໃນທົ່ວປະເທດ ເພື່ອສ້າງສາປະເທດສັງ ຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.
ສະຫາຍ ສີ ຈິ້ນຜິງ ໄດ້ກ່າວສູນທອນພົດອັດກອງປະຊຸມຢ່າງເປັນທາງການ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ແຜນນະໂຍບາຍທຸກດ້ານທີ່ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ກຳນົດອອກ ກໍຄື ໝາກຜົນທຸກປະການທີ່ໄດ້ຮັບຈະເປັນການຊີ້ນໍາທີ່ສໍາຄັນທີ່ສຸດ ແລະມີບົດບາດຄ້ຳປະກັນທີ່ສຳຄັນທີ່ສຸດຕໍ່ການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການ ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ ກໍຄືຍາດເອົາໄຊຊະນະຄັ້ງໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ