ອາດີດາສ ເປີດຕົວຊຸດຄຳຮ່ວມສະຫລອງ ເບນເຊມາ ຄວ້າບັນລົງດໍ 2022

ອາດີດາສ ຈັບມືກັບ ຣຽວ ມາດຣິດ ເປີດຕົວຊຸດສີທອງ ຮ່ວມສະເຫລີມສະຫລອງກັບ ເບນເຊມາ ທີ່ຄວ້າລາງວັນ ບັນລົງດໍ 2022.

ຫລັງຈາກ ຄາຣິມ ເບນເຊມາ ສູນໜ້າອາຍຸ 34 ປີ ຈາກ ຣຽວ ມາດຣິດ ຄວ້າລາງວັນນັກກິລາບານເຕະຊາຍດີເດ່ັນແຫ່ງປີ ໃນພິ ທີມອບລາງວັນ ບັນລົງດໍ 2022 ທີ່ນະຄອນຫລວງປາຣີສ ປະເທດຝຣັ່ງ ຫລັງສ້າງຜົນງານໂດດເດ່ັນໃນລະດູການຜ່ານມາ ດ້ວຍການຍິງ 44 ປະຕູ ຈາກ 46 ນັດ ຊ່ວຍໃຫ້ ຣຽວ ມາດຣິິດ ຄວ້າແຊ໊ມຢູຟາ ແຊ໊ມປຽນລີກ ແລະ ລາ ລີກາ ສະເປນ ມາຄອງ.

ຫລ້າສຸດ ອາດີດາສ ບໍລິສັດຜູ້ຜະລິດອຸປະກອນກິລາໃຫຍ່ ຜູ້ສະໜັບສະໜູນຂອງນັກເຕະມາຕັ້ງແຕ່ປີ 2007 ໄດ້ຮ່ວມສະຫລອງ ຄວາມສຳເລັດກັບ ຄາຣິມ ເບນເຊມາ ເຈົ້າຂອງບັນລົງດໍ 2022 ດ້ວຍການຈັບມືກັບ ຣຽວ ມາດຣິດ ເປີດຕົວເສື້ອແຂ່ງຂັນ ທີ່ການປັກຊື່ ແລະ ເບີເສື້ອເປັນສີຄຳ, ເກີບລຸ້ນ Adidas x Speedportal. 1 Karim Benzema 2002 Ballon d’Or ທີ່ເນັ້ນສີ ຂາວສະຫລັບສີຄຳ ແລະ ພື້ນເກີບມີລາຍລະອຽດການຄວ້າແຊ໊ມ ລີ ລີກາ ແລະ ຢູຟາແຊ໊ມປຽນລີກ ສ່ວນທີ່ປາຍເຊືອກເກີບ ມີສີຂາວ, ສີຟ້າ, ແດງ ເຊິ່ງເປັນສີຂອງທີມຊາດຝຣັ່ງ.

ນອກຈາກນີ້ຍັງມີຜ້າພັນບາດສີຄຳ ເຊິ່ງເປັນເອກະລັກຂອງນັກເຕະຄົນນີ້ ທີ່ມັກພັນບາດທີ່ມືຂວາຂອງລາວລົງສະໜາມສະເຫມີ ຕັ້ງແຕ່ປີ 2019.

ສຳລັບເກີບລຸ້ນດ່ັງກ່າວຜະລິດຂຶ້ນເປັນກໍລະນີພິເສດເພື່ອເປັນກຽດແກ່ນັກເຕະ ຈຶ່ງຈະບໍ່ມີການວາງຈຳໜ່າຍ ຂະນະທີ່ຊຸດສີຄຳ Adida x Benzema Real Madrid ທີ່ມີເບີ ແລະ ຊື່ຂອງລາວເປັນສີຄຳ ເລີ່ມວາງຈຳໜ່າຍທີ່ຮ້ານຄ້າຂອງຣຽວ ມາດຣິດ ໃນວັນທີ 18 ຕຸລາຜ່ານມາ.