ລະວັງ!! ລົມພາຍຸຮາໂຕະ ຫົວທີ 13

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 24-25 ສິງຫານີ້, ຈະມີພາຍຸໝູນເຂດຮ້ອນຮາໂຕະ (Hato) ຫົວທີ 13 ຈະເຄື່ອນທີ່ຜ່ານພາກໃຕ້ຂອງປະເທດຈີນທີ່ມີວົງລັດສະໝີກວມໃກ້ເຂດພາກເໜືອສຸດຂອງລາວ, ພ້ອມດຽວກັນນີ້ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້, ຈະມີກຳລັງເພີ່ມຂຶ້ນພັດປົກຄຸມ, ເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອເຊັ່ນ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງພະບາງ, ຂະນະດຽວກັນ, ລະຫວ່າງວັນທີ 24-27 ສິງຫາ, ລະດັບນ້ຳຕາມສາຂາອາດຈະສູງຂຶ້ນໄວ, ໂດຍສະເພາະຢູ່ເຂດພາກເໜືອ.
ສະເພາະພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຫລາຍຂຶ້ນ, ແຕ່ລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ແລະ ຫົວພັນ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະ ພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຫລາຍຂຶ້ນ, ແຕ່ລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຫລວງນ້ຳທາ, ບໍແກ້ວ ແລະ ອຸດົມໄຊ, ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 31-33 ອົງສາ; ພາກກາງ: ຈະມີຝົນຕົກຫລາຍຂຶ້ນ, ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກໃຕ້: ຈະມີຝົນຕົກຫລາຍຂຶ້ນ, ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງເຊກອງ, ຈຳປາສັກ ແລະ ອັດຕະປື, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 32-34 ອົງສາ; ນະຄອນຫລວງວຽງຈັນ: ຈະມີຝົນຕົກຫລາຍຂຶ້ນ, ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງບໍລິເວນ, ພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິເຝົ້າລະວັງ ແລະ ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນ້ຳຂອງຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ເປັນປົກກະຕິ.

