ສານແຂວງອຸດົມໄຊຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 10-11 ປີ

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງອຸດົມໄຊໄດ້ຕັດສີນລົງໂທດທ້າວ ໂອເຄ ອາຍຸ 23 ປີຢູ່ບ້ານໜອງແມງດາເມືອງໄຊໃຫ້ຈໍາຄຸກເປັນເວລາ 11 ປີພ້ອມປັບໄໝ 15 ລ້ານກີບ ແລະ ທ້າວ ເລົາມົວ (ລີ) ອາຍຸ 25 ປີຢູ່ບ້ານຫລັກ 44 ເມືອງໄຊ ໃຫ້ຈໍາຄຸກເປັນເວລາ 10 ປີພ້ອມປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍທ້າວ ໂອເຄ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນເດືອນກຸມພາ
ຜ່ານມາ, ພ້ອມຂອງກາງຢາບ້າ 1.134 ເມັດ, ສ່ວນທ້າວ ເລົາມົວ ຖືກເຈົ້າໜ້າທີ່ຈັບຕົວໃນເດືອນພຶດສະພາຜ່ານມາ, ພ້ອມຂອງກາງຢາບ້າຈໍານວນ 2.336 ເມັດ.
ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ, ສາມາດຈັບຕົວທ້າວ ກະຕ່າຍ ອາຍຸ 24 ປີຢູ່ບ້ານນາຊັບເມືອງນາຊາຍທອງນະຄອນຫລວງວຽງຈັນໃນຂໍ້ຫາຄ້າຂາຍຢາເສບຕິດ, ພ້ອມຂອງກາງຢາບ້າ 286 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍມາດໍາເນີນຄະດີຕາມລະບຽບກົດໝາຍ, ພ້ອມທັງຮັບສາລະພາບວ່າຕົນເອງໄດ້ພົວພັນກັບຢາເສບຕິດມາແລ້ວເກືອບ 10 ປີ ແລະ ເຄີຍຖືກເຈົ້າໜ້າທີ່ຈັບຕົວໄປດັດສ້າງແລ້ວ 1 ຄັ້ງແຕ່ບໍ່ເຂັດຫລາບ.
ຂ່າວ-ພາບ : ຫນັງສືພິມ ປກສ

