ອົງການສຸພະນິມິດສາກົນ ປະຈຳລາວ ສະໜັບສະນູນ ໂຄງການເຊື່ອມສານດ້ານໂພຊະນາການຢູ່ 2 ເມືອງແຂວງຄຳມ່ວນ ມູນຄ່າ 983.209 ໂດລາ

ວັນທີ 18 ຕຸລາ 2022  ນີ້  ທ່ານ ອາຊິດ ກູມາ (Ashit Kumar) ຮັກສາການແທນ ອໍານວຍການອົງການສຸພານິມິດສາກົນ ປະຈຳລາວ ລົງນາມສັນຍາຮ່ວມໃຫ້ການສະໜັບສະໜູນໂຄງການ ເຊື່ອມສານດ້ານໂພຊະນາການ ຢູ່ ເມືອງ ຍົມມະລາດ ແລະ ໄຊບົວທອງ ແຂວງຄຳມ່ວນ   ໂດຍການເປັນປະທານຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ໂດຍໄດ້ຮັບການສະໜັບສະໜູນຈາກອົງການສຸພະນິມິດສາກົນ ປະຈຳລາວ, ມີເປົ້າໝາຍ2 ເມືອງຄື: ເມືອງຍົມມະລາດ ແລະ ເມືອງໄຊບົວທອງ ລວມ 13 ບ້ານ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 (2021-2025).
ປະກອບມີ 4 ກິດຈະກຳຫລັກຄື: ປັບປຸງ ແລະ ສົ່ງເສີມວຽກງານສຸຂະພາບແມ່, ເດັກ ແລະ ໂພຊະນາການ; ປັບປຸງ ແລະ ສົ່ງເສີມ ວຽກງານການຜະລິດກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ປັບປຸງ ແລະ ສົ່ງເສີມວຽກງານນໍ້າສະອາດ ແລະ ສຸຂະອະນາໄມ; ສ້າງຄວາມເຂັ້ມແຂງໃນດ້ານການປະສານງານຂອງຫລາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງເດັກກ່ອນໄວຮຽນ ແລະ ການສ້າງສຳພັນສາມັກຄີໃນຄອບຄົວ ແລະ ຊຸມຊົນ.
ໂຄງການມີໄລຍະ 4 ປີ 2022-2025 ມີມູນຄ່າລວມທັງໝົດ 983.209 ໂດລາສະຫະລັດ, ໃນນີ້ ເມືອງໄຊບົວທອງ 533.008 ໂດລາສະຫະລັດ ແລະ ເມືອງຍົມມະລາດ 450.201 ໂດລາສະຫະລັດ.