ພາສີ ປະຈຳແຂວງຫຼວງນໍ້າທາ ເລັ່ງແກ້ໄຂຄະດີພາຫະນະ ແລະ ໄມ້ດູ່

ວັນທີ 18ຕຸລາ 2022 ນີ້ ທ່ານ ບຸນແອງ ພັນທະວົງ ຫົວໜ້າພາສີ ປະຈຳແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດວຽກຂະແໜງພາສີຢູ່ແຂວງຫຼວງນໍ້າທາ, ໄດ້ຫັນເປັນທັນສະໄໝເປັນຕົ້ນ: ລະບົບຊິ່ງຊັ່ງທັນສະໄໝ, ເຄື່ອງ ສາຍແສງສະແກນເນີ (Scanner) ແບບກວດກາໄວ ລຸ້ນ FS6000, ລະບົບ ASYCUDA, ລະບົບ LaoNational Single Window ໃນການແຈ້ງພາສີເປັນລາຍລະອຽດ, ລະບົບຄຸ້ມຄອງພາຫະນະເຂົ້າ-ອອກດ່ານ D53, ລະບົບຄຸ້ມຄອງແຜນ, ການຫັກລົບແຜນມາສະເຕີລິດ, ການຊໍາພາສີ-ອາກອນດ້ວຍລະບົບ Smart TAX ຊຳລະພາສີ-ອາກອນ, ຄ່າທຳນຽມ EASY PASS.

ສຳລັບປີ 2022 ພາສີ ປະຈຳແຂວງຫຼວງນໍ້າທາ, ໄດ້ຮັບຕົວເລກແຜນການທັງໝົດຈໍານວນ 530 ຕື້ກີບ, ຊຶ່ງເພີ່ມຂຶ້ນຈາກແຜນການປີຜ່ານມາ (ປີ 2021) ຈໍານວນ 216 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານຕົວຈິງ, ຊຶ່ງນັບແຕ່ຕົ້ນປີຮອດທ້າຍເດືອນກັນຍາປີ 2022 ສາມາດປະຕິບັດລາຍຮັບໄດ້ທັງໝົດ 495 ຕື້ກວ່າກີບ ຫຼື ເທົ່າກັບ 93,45% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວເພີ່ມຂຶ້ນ 66,34% ຄິດເປັນເງິນປະ ມານ 197 ຕື້ກວ່າກີບ ແລະ ຄາດຄະເນໝົດປີ 2022 ລາຍຮັບພາສີແຂວງຫຼວງນໍ້າທາຈະໄດ້ລື່ນແຜນການ.
ສະນັ້ນ, ເພື່ອເລັ່ງໃສ່ການຈັດເກັບລາຍຮັບໃຫ້ລື່ນແຜນການໝົດປີ, ພາສີ ປະຈຳແຂວງຫຼວງນໍ້າທາ, ຈະໄດ້ ເຂັ້ມງວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍພາສີ ແລະ ລະບຽບການຕ່າງໆ, ລົງເຄື່ອງໄຫວຊຸກຍູ້ວຽກງານຢູ່ບັນດາດ່ານພາສີຊາຍແດນ, ຂະແໜງ, ຊຸກຍູ້ບັນດາບໍລິສັດທີ່ສ້າງລາຍຮັບຕົ້ນຕໍ, ເລັ່ງແກ້ໄຂຄະດີຄ້າງຈໍາໜຶ່ງທີ່ເຫັນວ່າຈະສ້າງລາຍຮັບເພີ່ມເປັນຕົ້ນ: ຄະດີພາຫະນະຈໍານວນ 18 ຄະດີ, ຄະດີໄມ້ດູ່ຕີຕັບ 1 ຄະດີ (ບໍລິມາດ 71 ແມັດກ້ອນ), ເລັ່ງທ່ວງການລົບລ້າງ IM8 ຈໍານວນໜຶ່ງ. ທັງນີ້, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການ ແລະ ລື່ນແຜນການໝົດປີ 2022.

