ລີເວີພູລ ຢືນຢັນຈະລົງໂທດຕະຫລອດຊີວິດ ແຟນບານຂວ້າງຫລຽນໃສ່ ເປບ ກວາດີໂອລາ

ລີເວີພູລ ປະກາດບໍ່ນິ້ງນອນໃຈ ໂດຍຈະດຳເນີນການສືບສວນ ແລະ ລົງໂທດແຟນບານທີ່ດຶກຫລຽນໃສ່ ເປບ ກວາດີໂອລາ ຕະຫລອດຊີວິດ ເຊິ່ງເປັນພຶດຕິກຳທີ່ບໍ່ຄວນເກີດຂຶ້ນໃນແອນຟິລ.

ລີເວີພູລ ຖະແຫລງການຢືນຢັນວ່າຈະຈັດການດຳເນີນການລົງໂທດແຟນບານທີ່ດຶກຫລຽນໃສ່ ເປບ ກວາດີໂອລາ ຜູ້ຈັດການທີມແມນເຊສເຕີ ຊິຕີ ຕະຫລອດຊີວິດໃນເກມທີ່ ລີເວີພູລ ຊະນະ ແມນຊິຕີ 1-0 ທີ່ແອນຟິລ ເມື່ອວັນອາທິດທີ 16 ຜ່ານມາ.

ເຫດການກາຍເປັນຈຸດເດືອດເກີດຂຶ້ນໃນນາທີທີ 53 ເມື່ອ ແມນຊິຕີ ໄດ້ປະຕູຈາກ ຟິລ ໂຟເດັນ ກ່ອນທີ່ຈະມີການເຊັກວີເອອາ ເຮັດໃຫ້ ແອນໂທນີ ເທເລີ ກຳມະກອນ ຕ້ອງຕັດສິນໃຈໃຫມ່ ເນື່ອງຈາກ ເອີລິງ ຮາແລນ ໄປເຮັດຟາວ ຟາບິນໂຢ.

ຈາກນັ້ນ ແຟນບານເຈົ້າຖິ່ນ ທີ່ຢູ່ໃນສະໜາມຕ່າງເຮດັງກ້ອງ ຂະນະທີ່ ກວາດີໂອລາ ກໍເຮັດທ່າປະຊົດຕໍ່ໜ້າແຟນບານເຈົ້າຖິ່ນ ກ່ອນທີ່ຈະຕົກເປັນເປົ້າຫມາຍຂອງແຟນບານ.

ຫລັງຈົບເກມ ຜູ້ຈັດການທີມຊາວສະເປນໃຫ້ສຳພາດກັບສື່ວ່າ ຖືກແຟນບານລີເວີພູລ ພະຍາຍາມດຶກຫລຽນໃສ່ລາວ ໂດຍເລື່ອງນີ້ ສະໂມສອນລີເວີພູລ ບໍ່ນິ້ງນອນໃຈຈະດຳເນີນການຂັ້ນເດັດຂາດທັນທີຫາກຮູ້ຕົວຜູ້ກະທຳຜິດ.

ໂຄສົກລີເວີພູລ ກ່າວວ່າ : “ ເຮົາຮັບຊາບເລື່ອງເຫດການທີ່ກ່ຽວກັບການດຶກສິ່ງຂອງລົງໄປບໍລິເວນພື້ນທີ່ເຕັກນິກໃນເກມມື້ນີ້ແລ້ວ ນີ້ເປັນພຶດຕິກຳທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ ແລະ ບໍ່ແມ່ນພຶດຕິກຳມາດຕະຖານທີ່ເຮົາຄາດຫວັງທີ່ແອນຟິລ ”.

“ ເຫດການຄັ້ງນີ້ຈະມີການດຳເນີນການສືບສວນຢ່າງເຕັມທີ່ ໂດຍເຊັກຈາກ້ອງ ຊີຊີທີວີ ແລະ ຜູ້ກະທຳຜິດຈະຕ້ອງຖືກລົງໂທດ ລວມໄປເຖິງການລົງໂທດຈາກເກມທີ່ແອນຟິລຕະຫລອດຊີວິດ ແລະ ອາດເປັນໄປໄດ້ທີ່ຈະຖືກສັ່ງຫ້າມຍຸ່ງກ່ຽວກັບການແຂ່ງຂັນບານເຕະ ” ໂຄສົກລີເວີພູລ ກ່າວ.