ຄລອບ ຍົກແມນຊິຕີ ທີມເກ່ັງທີ່ສຸດໃນໂລກຂະນະນີ້, ພ້ອມຫາທີຢຸດ ຮາແລນ

ເຈີເກັນ ຄລອບ ຜູ້ຈັດການທີມ ລີເວີພູລ ຍົກໃຫ້ ແມນເຊສເຕີ ຊິຕີ ຄືທີມທີ່ເກ່ັງທີ່ສຸດຂອງລໂກໃນຂະນະນີ້ ກ່ອນທີ່ທັງຄູ່ຈະ ແຂ່ງກັນໃນວັນສຸກນີ້ ພ້ອມຍອມຮັບຕ້ອງຫາວິທີຢຸດ ເອີລິງ ຮາແລນ ກອງໜ້າຄົນເກ່ັງຂອງທີມໃຫ້ໄດ້.
ລີເວີພູລ ມີຕາຕະລາງສຳຄັນໃນການເປີດສະໜາມ ແອນຟິລ ຕ້ອນຮັບການມາຢາມຂອງ ແມນເຊສເຕີ ຊິຕີ ໃນການ ແຂ່ງຂັນພຣີເມຍລີກ ອັງກິດ ຄູ່ໃຫຍ່ວັນສຸກທີ 16 ຕຸລານີ້.
ກ່ອນເກມດັ່ງກ່າວ ຄລອບ ໃຫ້ສຳພາດວ່າ ຍົກໃຫ້ແມນເຊສເຕີ ຊິຕີ ວ່າເປັນທີມທີ່ດີທີ່ສຸດໃນໂລກຂະນະນີ້ ແຕ່ພວກເຂົາກໍຈະ ສູ້ເຕັມທີ່ “ ເມື່ອເຈົ້າຫລິ້ນກັບ ແມນຊິຕີ ຜົນລັບຊ້າຍຫລືຂວາ ມັນບໍ່ສຳຄັນ ເພາະເກມນີ້ຕ້ອງການສຸມໄປທີ່ທັງຫມົດຂອງເຈົ້າ ທຸກສິ່ງທີ່ເຈົ້າຮູ້ກ່ຽວກັບບານເຕະ ”.
“ ຂ້ອຍມ່ວນກັບການກຽມຕົວສຳຮອງສຳລັບເກມ ແຕ່ມັນເປັນຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດທີ່ເຈົ້າສາມາດປະເຊີນໃນວົງການ ບານເຕະໄດ້ ແຕ່ມັນເປັນເກມເຕະໃນຖິ່ນທີ່ແອນຟິລ ເຮົາກັບ ແມນຊິຕີ ພວກເຂົາເປັນທີມທີ່ດີທີ່ສຸດໃນໂລກຕອນນີ້ ແຕ່ເຮົາ ຈະລອງເບິ່ງ ໂດຍຮູ້ວ່າເຮົາຈະໄດ້ຮັບຄວາມຊ່ວຍເຫລືອຈາກ ແອນຟິລ ເຕັມຮູບແບບ ແລະ ຮເົາຈະພະຍາຍາມໃຊ້ສິ່ງນີ້ ”.
ນອກຈາກນີ້ ຜູ້ຈັດການທີມອາຍຸ 55 ປີ ຍັງຕ້ອງຫາທາງຢຸດ ຮາແລນ ທີ່ຂະນະນີ້ຍິງໄປແລ້ວ 15 ປະຕູ ຈາກ 9 ນັດໃນລີກວ່າ : “ ເມື່ອເຈົ້າຫລິ້ນກັບກອງໜ້າທີ່ເກ່ັງທີ່ສຸດໃນໂລກຕອນນີ້ ເຈົ້າຕ້ອງຫມັ້ນໃຈວ່າລາວບໍ່ໄດ້ສຳຜັດບານຫລາຍ ແຕ່ ຊິຕີ ມີນັກ ເຕະຜູ້ຫລິ້ນລະດັບໂລກຄົນອື່ນໆ ມັນຄືບັນຫາບານເຕະ ແລະ ເຮົາຈະພະຍາຍາມຫາທາງແກ້ ”.

