ນູແວນເຊລັງ ສະເໜີເກັບຄ່າປ່ອຍມົນລະພິດ ໃນຂົງເຂດກະສິກຳ
ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ທ່ານ ຈາຊິນດາ ອາຣເດຣີນ ນາຍົກ ລັດຖະມົນຕີ ນູແວນເຊລັງ ລະບຸວ່າ: ລັດຖະບານ ນູແວນເຊລັງ ໄດ້ເຜີຍແພ່ ຂໍ້ສະເໜີ ເພື່ອແນໃສ່ ຫລຸດຜ່ອນ ການປ່ອຍ ມົນລະພິດ ທາງກະສິກຳ ເພື່ອສົ່ງເສີມ ຂໍ້ໄດ້ປຽບ ໃນການແຂ່ງຂັນ ຢູ່ຕະຫລາດໂລກ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ.
ຂໍ້ສະເໜີ ດັ່ງກ່າວ ຈະຊຸກຍູ້ ນູແວນເຊລັງ ໃຫ້ມຸ່ງໄປສູ່ ເຂົ້າເປົ້າໝາຍ ການຫລຸດຜ່ອນແກັສມີເທນ ພາຍໃຕ້ ກົດໝາຍ ການປ່ອຍ ກາກບອນ ໃຫ້ເປັນສູນ ໃນປີ 2030 (Zero Carbon Act 2030) . ໃນຂະນະດຽວກັນ, ລັດຖະບານ ໄດ້ລວບລວມ ຄຳແນະນໍາ ຈຳນວນ ຫລວງຫລາຍ ຈາກກຸ່ມພາກກະສິກຳ ເພື່ອນຳມາ ກຳນົດລາຄາ ການປ່ອຍ ມົນລະພິດ ລະດັບຟາມ ແລະ ສະເໜີການ ປັບປ່ຽນ ຂໍ້ສະເໜີນີ້ ຕາມຄຳແນະນໍາ ຂອງ ຄະນະ ກຳມະການ ດ້ານການປ່ຽນແປງ ສະພາບພູມອາກາດ. ນີ້ຖືເປັນ ບາດກ້າວ ທີ່ສຳຄັນ ໃນການປ່ຽນຜ່ານ ສູ່ອະນາຄົດ ກ່ຽວກັບ ການປ່ອຍ ມົນລະພິດຕໍ່າ ແລະ ເປັນໄປຕາມ ຄຳສັນຍາ ກຳນົດລາຄາ ການປ່ອຍ ມົນລະພິດ ທາງດ້ານການກະສິກຳ ຕັ້ງແຕ່ປີ 2025, ເພື່ອໃຫ້ ຊາວກະສິກອນ ນູແວນເຊລັງ ສາມາດ ຄວບຄຸມລະບົບ ການເຮັດວຽກໃນຟາມ ແນໃສ່ ຫລຸດຜ່ອນ ຕົ້ນທຶນ ຜ່ານລາຍໄດ້ ຈາກ ລະບົບ ໝູນວຽນ ກັບຄືນສູ່ ຊາວກະສິກອນ ຊຶ່ງລະບົບນີ້ ຈະມອບທຶນ ສະໜັບສະໜູນ ດ້ານການວິໄຈ ເຄື່ອງມື ເຕັກໂນໂລຊີ ແລະ ນະໂຍບາຍດຶງດູດ ເພື່ອຫລຸດຜ່ອນ ການປ່ອຍ ມົນລະພິດ ອີກດ້ວຍ.

