ວັນທີ 12 ຕຸລາ 2022 ນີ້, ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດມອບຫລຽນກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານໃນໄລຍະຜ່ານມາ ແລະ ປະກອບສ່ວນມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ບັນດາແຂວງພາກເໜືອ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພໜາວ.