ນັກສຶກສາ ແລະ ຄູ-ອາຈານ ຫຼາຍກວ່າ 900 ຄົນ ຈາກໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບທົ່ວ 18 ແຂວງ ໄດ້ຮ່ວມມືກັນດຳເນີນກິດຈະກຳ “ສະອາດທົ່ວລາວ”

ພາຍໃຕ້ແຄມເປນ ສຸຂະພາບໜຶ່ງດຽວ (One Health) ເຊິ່ງໄດ້ຮັບການສະໜັບສະໜູນໂດຍຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ລວມທັງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.

ກິດຈະກຳ “ສະອາດທົ່ວລາວ” (Clean up Laos) ຄັ້ງນີ້ ຈັດຕັ້ງຂຶ້ນເພື່ອປູກຈິດສຳນຶກຂອງປະຊາຊົນກ່ຽວກັບແນວຄວາມຄິດ “ສຸຂະພາບໜຶ່ງດຽວ” ຫຼື One Health. ແນວທາງຂອງ​ສຸຂະພາບໜຶ່ງ​ດຽວແມ່ນເພື່ອໃຫ້ສັງຄົມ​ຮັບ​ຮູ້​ວ່າ​ສຸຂະພາບ​ຂອງ​ມະນຸດ​ແມ່ນ​ຕິດ​ພັນ​ກັບ​ສຸຂະພາບ​ຂອງ​ສັດ​ ແລະ ​ສິ່ງ​ແວດ​ລ້ອມ​ຢ່າງ​ແໜ້ນ​ແຟ້ນ.

ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ເປັນປະທານຮ່ວມໃນງານດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຄມເປນການໂຄສະນາປູກຈິດສຳນຶກສຸຂະພາບໜຶ່ງດຽວທີ່ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ.

“ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ເຫັນກິດຈະກໍາແບບນີ້ເກີດຂຶ້ນໃນສັງຄົມ. ງານຄັ້ງນີ້​ເອງກໍເປັນດັ່ງ​ການ​ຢັ້ງຢືນ​ເຖິງ​ຄວາມ​ສາມາດ ​ແລະ ຄວາມຊື່ສັດຂອງ​ໄວ​ໜຸ່ມ​ຕໍ່ກັບປະ​ເທດ​ຊາດ​ເຮົາ ​ແລະ ​ຍິ່ງໄປກວ່ານັ້ນແມ່ນໄດ້ເຫັນວ່າມີຕົວແທນຈາກ​ທຸກ​ແຂວງ​ໃນ​ທົ່ວ​ປະ​ເທດ​​​ເຂົ້າ​ຮ່ວມກິດຈະກຳນີ້ອີກດ້ວຍ, ດ້ວຍເຫດນັ້ນຍິ່ງເຮັດ​ໃຫ້​ງານ​ດັ່ງກ່າວ​ນີ້ເປັນວາລະແຫ່ງຊາດ​ຢ່າງ​ແທ້​ຈິງ” ກ່າວໂດຍ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້​ກ່າວ​ວ່າ “ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ​ການ​ເສື່ອມ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ​ແມ່ນ​ໄພ​ຂົ່ມ​ຂູ່​ຕໍ່ກັບ​ເອີ​ຣົບກໍຄືຕໍ່ທົ່ວ​ໂລກເຊັ່ນກັນ. ສະຫະພາບເອີຣົບແມ່ນຜູ້ສະໜັບສະໜູນຫຼັກຂອງ ກິດຈະກໍາ ວັນທໍາຄວາມສະອາດ ໃນທົ່ວໂລກ. ແລະ ທຸກຄັ້ງທີ່ມີການຈັດງານດັ່ງກ່າວຂຶ້ນ ມັນໄດ້ເປັນການເຕົ້າໂຮມຊຸມຊົນຕ່າງໆມາເພື່ອຈຸດປະສົງດຽວກັນ ນັ້ນກໍຄື ການຫຼຸດຜ່ອນຄວາມເສື່ອມໂຊມຂອງສິ່ງແວດລ້ອມ ແລະ ປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງຊີວະນາໆພັນໃນພື້ນທີ່ທີ່ພວກເຮົາທຸກຄົນອາໄສຢູ່ຮ່ວມກັນ. ເພາະວ່າ ອາກາດທີ່ສົດຊື່ນ, ນໍ້າທີ່ສະອາດ, ພືດ ແລະ ຊີວະນາໆພັນທີ່ແຂງແຮງ ມີຄວາມສຳຄັນຕໍ່ທຸກໆຄົນ ແລະ ມັນກໍເປັນພື້ນຖານຍຸດທະສາດ ຂໍ້ຕົກລົງສີຂຽວ EU ຂອງພວກເຮົາ (EU Green Deal strategy).”

ນັກສຶກສາທີ່ໄດ້ເຂົ້າຮ່ວມກິດຈະກຳອະນາໄມເກັບຂີ້ເຫຍື້ອໃນພື້ນທີ່ທີ່ກຳນົດໃນງານຄັ້ງນີ້ແມ່ນໄດ້ຮຽນຮູ້ກ່ຽວກັບຜົນກະທົບຂອງຂີ້ເຫຍື້ອ ແລະ ສິ່ງເສດເຫຼືອໃນນໍ້າທີ່ມີຕໍ່ກັບສິ່ງແວດລ້ອມ, ໄດ້ຮຽນຮູ້ວ່າໄມໂຄພລາສຕິກສາມາດເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມໄດ້ ແລະ ນໍ້າຕົກຄ້າງຈາກສິ່ງເສດເຫຼືອເປັນສາເຫດທີ່ເຮັດໃຫ້ເກີດພາຫະນຳເຊື້ອ, ໜຶ່ງໃນສາເຫດຕົ້ນຕໍຂອງບັນຫາທາງດ້ານໂພສະນາການພາຍໃນປະເທດ.

​ກິດຈະກຳດັ່ງກ່າວ, ຍັງ​ໄດ້​ຊຸກຍູ້​ໃຫ້​ປະຊາຊົນ​ມີ​ສະຕິ ​ແລະ ຖິ້ມ​ຂີ້ເຫຍື້ອ​​ໃຫ້ຖືອຕ້ອງຕາມ​ສະຖານ​ທີ່​ທີ່​​ກຳນົດໄວ້ ເພາະວ່າການຖິ້ມຂີ້ເຫຍື້ອທີ່ບໍ່ຖືກຕ້ອງສາມາດນໍາໄປສູ່ການເກີດນ້ຳຂັງໃນບາງພື້ນທີ່ ແລະມັນສາມາດກາຍມາເປັນແຫຼ່ງເພາະພັນຂອງຍຸງທີ່ພາໃຫ້ເກີດພະຍາດໄຂ້ຍຸງໄດ້.

ນຳພາໂດຍຄູ-ອາຈານ, ນັກສຶກສາຈາກໂຮງຮຽນທີ່ເຂົ້າຮ່ວມໄດ້ມີການອະນາໄມບໍລິເວນອ້ອມແອ້ມໂຮງຮຽນ ແລະ ວິທະຍາໄລຂອງຕົນ ພ້ອມກັນ ໃນວັນທີ 13 ກັນຍາ ນີ້. ກິດຈະກຳທັງໝົດແມ່ນໄດ້ມີການຖ່າຍທອດສົດຜ່ານໜ້າເຟສບຸກ One Health Laos ສຸຂະພາບໜຶ່ງດຽວ, ໜ້າເຟສບຸກຂອງສະຫະພາບເອີຣົບ ປະຈຳ ສປປ ລາວ (European Union in Laos) ແລະ ໜ້າເຟສບຸກຂອງ ໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບ (TVET) ຂອງແຕ່ລະແຂວງ.

#OneHealthLaos #ສຸຂະພາບໜຶ່ງດຽວ #CleanUpLaosDay #ສະອາດທົ່ວລາວ