ເອັມບັບເປ ຂຶ້ນແທ່ນເບີ 1 ດາວຍິງສູງສຸດຕະຫລອດການ ເປແອສເຊ ໃນແຊ໊ມປຽນລີກ

ຄີລຽນ ເອັມບັບເປ ດາວຍິງຕົວເກ່ັງຂອງ ປາຣີສ ແຊັງ ແຊັກແມັງ ກາຍເປັນນັກເຕະທີ່ຜະລິດປະຕູຫລາຍທີ່ສຸດຕະຫລອດການໃຫ້ກັບທີມໃນລາຍການໃຫ້ກັບທີມໃນເວທີ ຢູຟາ ແຊ໊ມປຽນ ລີກ ແລ້ວເປັນທີ່ຮຽບຮ້ອຍ.

ເອັມບັບເປ ຫາກໍຍິງໄປ 1 ປະຕູໃນເກມ ແຊ໊ມປຽນ ລີກ ຮອບແບ່ງກຸ່ມ ທີ່ເປແອສເຊ ເປີດສະໜາມສະເຫມີກັບ ເບນຟີກາ 1-1 ເມື່ອຄືນວັນອັງຄານທີ່ຜ່ານມາ ເປັນປະຕູທີ 4 ຂອງລາວຈາກ 4 ນັດທີ່ລົງຫລິ້ນໃນ ຢູຟາ ແຊ໊ມປຽນ ລີກ ລະດູການນີ້.

ຈາກປະຕູດັ່ງກ່າວ ສົ່ງຜົນໃຫ້ລາວແຊງໜ້າ ເອດິນສັນ ຄາວານີ ກອງໜ້າທີມຊາດອຸຣຸໄກວ 1 ປະຕູເປັນທີ່ຮຽບຮ້ອຍແລ້ວ.

ດາວຍິງສູງສຸດຕະຫລອດການຂອງ ປາຣີສ ແຊັງ ແຊັກແມັງ ໃນການແຂ່ງຂັນຢູຟາ ແຊ໊ມປຽນ ລີກ (ນັບສະເພາະໃນ ຮອບແບ່ງກຸ່ມເຖິງຮອບຊີງຊະນະເລີດ).

  1. ຄີລຽນ ເອັມບັບເປ 31 ປະຕູ.
  2. ເອດິນສັນ ຄາວານີ 30 ປະຕູ.
  3. ເນມາ 21 ປະຕູ.
  4. ຊະລາຕັນ ອີບຣາຮີໂມວິດ 20.
  5. ອັງເຄລ ດີ ມາເຣຍ 14.