ຟີຟາ ຈ່າຍເງິນຊົດເຊີຍໃຫ້ສະໂມສອນທີ່ເຂົ້າຮ່ວມບານໂລກ 2022

ສະຫະພັນບານເຕະນາໆຊາດ ຫລື FIFA ກຽມຈ່າຍເງິນຈຳນວນມະຫາສານເຖິງ 209 ລ້ານໂດລາສະຫະລັດ ໃຫ້ກັບບັນດາສະ ໂມສນອນທີ່ມີນັກເຕະມາຮ່ວມແຂ່ງຂັນໃນບານໂລກ 2022.

ກ່ອນໜ້ານີ້ ຟີຟາ ມີໂຄງການສິດທິປະໂຫຍດທີ່ຈ່າຍເງິນຊົດເຊີຍໃຫ້ກັບສະໂມສອນເຊ່ິງມີນກເຕະໄປຮ່ວມແຂ່ງຂັນໃນບານໂລກ ແລະ ລົງທະບຽນໄວ້ກ່ອນເປັນເວລາ 2 ປີ ໂດຍເລີ່ມກ່ອນບານໂລກ 2010 ເພື່ອຊ່ວຍເສີມສະພາບການເງິນໃຫ້ກັບສະໂມສອນ.

ຈົນຫລ້າສຸດ ຟີຟາ ໄດ້ມີການຢືນຢັນວ່າກຽມຈ່າຍເງິນຈຳນວນ 209 ລ້ານໂດລາສະຫະລັດ ໃຫ້ກັບສະໂມສອນທີ່ມີນັກເຕະເຂົ້າຮ່ວມ ແຂ່ງຂັນໃນບານໂລກ 2022 ທີ່ປະເທດກາຕ້າ ລະຫວ່າງວັນທີ 20 ພະຈິກ – 18 ທັນວານີ້.

ໂດຍຄາດວ່າຈະມີການຈ່າຍເງິນຈຳນວນ 10,000 ໂດລາສະຫະລັດ ຕໍ່ນັກເຕະຫນຶ່ງຄົນໃນແຕ່ລະມື້ທີ່ເຂົາຢູ່ກັບທີມຊາດຕັ້ງແຕ່ ເລີ່ມເຂົ້າສູນຝຶກ ລວມເຖິງການແຂ່ງຂັນຢ່າງເປັນທາງການ.

ນອກຈາກນັ້ນມີລາຍງານເພີ່ມອີກວ່າ ທັງ 32 ປະເທດທີ່ຜ່ານລົງສະໜາມບານໂລກຄັ້ງນີ້ ຈະໄດ້ຮັບເງິນຈຳນວນ 10 ລ້ານໂດລາ ສຳລັບການເຂົ້າຮ່ວມໃນຮ່ວມແບ່ງກຸ່ມ ພ້ອມຈະໄດ້ໄດ້ຮັບອີກ 2 ລ້ານໂດລາສະຫະລັດ ເພື່ອຈ່າຍຄ່າເຂົ້າສູນຝຶກການແຂ່ງຂັນ ລວມເຖິງຄ່າກຽມພ້ອມໃນສ່ວນອື່ນໆນຳອີກ.