ອາເມລິກາໃຕ້ ຖະແຫລງການສະໜັບສະໜູນ ຈານນີ ອິນຟານຕີໂນ ເປັນປະທານຟີຟາຕໍ່

ສະຫະພັນບານເຕະອາເມລິກາໃຕ້ (ຄອນເມໂບລ) ຖະແຫລ່ງການສະໜັບສະໜູນ ຈານນີ ອິນຟາຕີໂນ ໃຫ້ດຳລົງຕຳ ແຫນ່ງປະທານຟີຟາຕໍ່ອີກສະໄຫມ ໃນການເລືອກຕັ້ງວາລະໃຫມ່ ເຊິ່ງຈະຈັດຂຶ້ນເດືອນມີນາ 2023.
ປັດຈຸບັນອິນຟາຕີໂນດຳລົງຕຳແໜ່ງມາແລ້ວ 2 ສະໄຫມ ນັບຕັ້ງແຕ່ໄດ້ຮັບເລືອກໃຫ້ເຮັດໜ້າທີ່ຕໍ່ຈາກ ເຊບ ແບລັດເຕີ ເມື່ອເດືອນກຸມພາ 2016 ໂດຍລາວເປັນປະທານຟີຟາຄົນທີ 9.
ຖະແຫລງການຈາກຄອນເມໂບລ ລະບຸວ່າ : “ ຫລັງການເຈລະຈາກັນກ່ຽວກັບຄວາມເປັນໄປຂອງວົງການບານເຕະຂອງໂລກ ແລະ ຂອງອາເມລິກາໃຕ້ ທັງປັດຈຸບັນ ແລະ ໃນອະນາຄົດ ສະມາຊິກຂອງຄອນເມໂບລ ຈຶ່ງມີມະຕິດເປັນເອກະພາບວ່າຈະສະໜັບສະ ໜູນອິນຟານຕີໂນຕໍ່ໄປ ”.
ກ່ອນໜ້ານີ້ ສະຫະພັນບານເຕະເອເຊຍ (AFC) ແລະ ສະຫະພັນບານເຕະແອຟຣິກກັນ (CAF) ກໍສະແດງຕົວວ່າຈະສະໜັບສະ ໜູນອິນຟານຕີໂນໃນການເລືອກຕັ້ງຄັ້ງນີ້ເຊ່ັນດຽວກັນ.

