ກອງປະຊຸມ UN ປະຕິເສດຂໍ້ຮຽກຮ້ອງຣັດເຊຍ ທີ່ຂໍໃຫ້ລົງຄະແນນສຽງລັບ ກໍລະນີລວມ 4 ດິນແດນອູແກຣນ

ວັນທີ 10 ຕຸລາ 2022, ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ມີມະຕິປະຕິເສດຂໍ້ຮຽກຮ້ອງຂອງຣັດເຊຍທີ່ຂໍໃຫ້ມີການລົງຄະແນນສຽງລັບ ຕໍ່ກໍລະນີການຂໍມະຕິປະນາມຣັດເຊຍ ທີ່ຕັດສິນໃຈລວມ 4 ດິນແດນຂອງອູແກຣນເຂົ້າເປັນສ່ວນໜຶ່ງຂອງປະເທດໂດຍບໍ່ຖືກຕ້ອງຕາມກົດໝາຍ ເມື່ອມໍ່ໆມານີ້.

ໂດຍກອງປະຊຸມເຜີຍວ່າ: ມີຜູ້ແທນ 107 ປະເທດເຫັນພ້ອມໃຫ້ເປີດເຜີຍລາຍລະອຽດການລົງຄະແນນຕໍ່ສາທາລະນະ. ຂະນະທີ່ອີກ 13 ປະເທດເຫັນພ້ອມໃຫ້ລົງຄະແນນສຽງລັບ ຕາມຂໍ້ຮຽກຮ້ອງຂອງຣັດເຊຍ. ຂະນະທີ່ອີກ 39 ປະເທດງົດອອກສຽງ ເຊິ່ງຣັດເຊຍ ແລະ ຈີນບໍ່ໄດ້ລົງຄະແນນສຽງໃນມະຕິດັ່ງກ່າວ ຄາດວ່າການລົງມະຕິຈະມີຂຶ້ນໃນວັນທີ 12 ຫລື 13 ຕຸລານີ້.

ການຂໍມະຕິດັ່ງກ່າວຈະມີຂຶ້ນພາຍຫລັງກອງທັບຣັດເຊຍຕັດສິນໃຈໂຈມຕີໃສ່ນະຄອນຫລວງກຽບ ເມືອງຫລວງຂອງອູແກຣນຢ່າງໜັກ ເປັນເຫດໃຫ້ມີພົນລະເຮືອນຜູ້ບໍລິສຸດເສຍຊີວິດ ແລະ ໄດ້ຮັບບາດເຈັບຈຳນວນຫລາຍ.

ອ້າງອີງ:

https://www.theguardian.com/…/russia-ukraine-war-latest…

https://www.business-standard.com/…/india-votes-against…

https://www.reuters.com/…/un-publicly-rejects-russias…/