ສປປ ລາວ ເປີດນໍາໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ-ສັ່ງການ ນະຄອນຫລວງວຽງຈັນ ແລະ ກຽມເປີດນຳໃຊ້ເບີໂທສຸກເສີນທາງການແພດ 1195 ໃນໄວໆນີ້

ວັນທີ 11 ຕຸລາ 2022 ນີ້, ທີ່ໂຮງໝໍມິດຕະພາບ 150 ຕຽງ ໄດ້ມີພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫລວງວຽງຈັນ (CCC) ພ້ອມທັງກຽມເປີດນຳໃຊ້ເບີໂທສຸກເສີນທາງການແພດ 1195 ໃນໄວໆນີ້ ແລະ ມີກອງປະຊຸມລາຍງານວຽກງານໂຄງການຢຸດຕິການເພີ່ມຂຶ້ນຂອງຜູ້ເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການ ການແພດສຸກເສີນ ແລະ ມາດຕະຖານຄວາມປອດໄຟຕາມທ້ອງຖະໜົນ (SAFER). ເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ, ທ່ານ NAGASE TOSHIO ຫົວໜ້າຫ້ອງການໄຈກາ ປະຈຳລາວ, ມີທ່ານ SUZUKI TAKAAKI ຜູ້ຈັດການໂຄງການ SAFER ມະຫາວິທະຍາໄລຊຶກຸບະ ປະເທດຍີ່ປຸ່ນ.
ເພື່ອລາຍງານແຜນວຽກຂອງໂຄງການ SAFER, ລາຍງານຂັ້ນຕອນການເຮັດວຽກຂອງສູນ CCC ຕໍ່ກັບການຮັບແຈ້ງເຫດສຸກເສີນ ແລະ ພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການນະຄອນຫລວງວຽງຈັນ (CCC), ຢ້ຽມຊົມສູນແຈ້ງເຫດສຸກເສີນ ແລະ ສາທິດການຮັບເຫດ (ການປະຕິບັດວຽກຂອງສູນ CCC, ສູນ CCC ໄດ້ຮັບການເປີດນໍາໃຊ້ຄັ້ງທໍາອິດໃນ ສປປ ລາວ ແລະ ມີແຜນເປີດນຳໃຊ້ເບີໂທສຸກເສີນທາງການແພດ 1195 ໃນໄວໆນີ້, ເຊິ່ງການນຳ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການແພດສຸກເສີນ “Emergency Medical Services (EMS), ກະຊວງສາທາລະນະສຸກ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ, ໂຮງໝໍເມືອງ 9 ເມືອງ, ຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບການປະຕິບັດວຽກງານຂອງສູນ CCC.
