ເດືອນກັນຍາ ທົ່ວປະເທດ ມີຜູ້ເສຍຊີວິດຈາກອຸບັດເຫດ 62 ຄົນ

ອີງຕາມໜັງສືພິມປ້ອງກັນຄວາມສະຫງົບ ລາຍງານໃນວັນທີ 10 ຕຸລາ 2022 ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ກົມຕຳຫລວດຈະລາຈອນ ໄດ້ລາຍງານຂໍ້ມູນອຸບັດເຫດທົ່ວປະເທດ ປະຈຳເດືອນກັນຍາທີ່ຜ່ານມາ: ມີອຸບັດເຫດເກີດຂຶ້ນທັງໝົດ 489 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 397 ຄັນ, ສົມຄວນ 419 ຄັນ ແລະ ໃຊ້ການບໍ່ໄດ້ 15 ຄັນ, ມີຄົນບາດເຈັບເລັກໜ້ອຍ 348 ຄົນ, ສົມຄວນ 278 ຄົນ, ສາຫັດ 124 ຄົນ ແລະ ເສຍຊີວິດ 62 ຄົນ.
ສາເຫດຂອງການເກີດອຸບັດເຫດ ດື່ມສິ່ງມຶນເມົາ 162 ຄັ້ງ, ໃຊ້ຄວາມໄວເກີນ 67 ຄັ້ງ, ປ່ຽນທິດທາງ 56 ຄັ້ງ, ແຊງຂຶ້ນໜ້າບໍ່ຮັບປະກັນ 21 ຄັ້ງ, ບໍ່ປ່ອຍສິດ 73 ຄັ້ງ, ລ່ວງປ້າຍຫ້າມ 8 ຄັ້ງ, ເຕັກນິກບໍ່ຮັບປະກັນ 14 ຄັ້ງ ແລະ ອື່ນໆ 82 ຄັ້ງ
ແຂວງທີ່ເກີດອຸບັດເຫດຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 116 ຄັ້ງ, ຈຳປາສັກ 61 ຄັ້ງ, ວຽງຈັນ 39 ຄັ້ງ, ໄຊຍະບູລີ 13 ຄັ້ງ, ຫລວງພະບາງ 29 ຄັ້ງ, ບໍລິຄຳໄຊ 26 ຄັ້ງ, ຫລວງນ້ຳທາ 19 ຄັ້ງ, ສາລະວັນ 24 ຄັ້ງ, ບໍ່ແກ້ວ 18 ຄັ້ງ, ອັດຕະປື 30 ຄັ້ງ ແລະ ແຂວງອື່ນໆ
ລວມມູນຄ່າເສຍຫາຍທີ່ເກີດອຸບັດເຫດໃນເດືອນກັນຍາແມ່ນ 7 ຕື້ ກວ່າກີບ.

