ເປີດສະຖິຕິ ໂຣນັລໂດ ຍິງໃຫ້ 4 ທີມດັງ ຫລັງຍິງຄົບ 700 ປະຕູລະດັບສະໂມສອນ


ຄວັນຫລົງການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2022-23 ນັດທີ 9 ເຊິ່ງ ແມນເຊສເຕີ ຢູໄນເຕັດ ບຸກໄປຊະນະ ເອເວີຕັນ 2-1 ເຖິງຈະຖືກນຳກ່ອນຈາກ ອາເລັກ ອິໂວບີ ຕັ້ງແຕ່ນາທີທີ 5 ແຕ່ມາຍິງແຊງ 2 ລູກລວດ ຈາກ ອັນໂຕນີ ນາທີທີ 15 ແລະ ຄຣິສຕຽນໂນ ໂຣນັລໂດ ນາທີທີ 44 ເຮັດໃຫ້ ເກັບເພີ່ມເປັນ 15 ຄະແນນ ກັບມາຢູ່ອັນດັບ 5 ອີກເທື່ອຫນຶ່ງ ຕາມຫລັງທີມນຳ ອາເຊນອລ 9 ຄະແນນຄືເກ່ົາ ສ່ວນ ເອເວີຕັນ ມີ 10 ຄະແນນ ຕົກມາຢູ່ອັນດັບ 12.
ສ່ວນ ຄຣິສຕຽນໂນ ໂຣນັລໂດ ສາມາດຍິງປະຕູທຳອິດໃນພຣີເມຍລີກ ລະດູການນີ້ໃຫ້ ກັບ ແມນຢູ ໄດ້ສຳເລັດ ແລະ ເປັນປະຕູທີ 2 ລວມທຸກລາຍການ ຫລັງຖືກປ່ຽນຕົວລົງມາແທນ ອອງໂຕນີ ມາຊິຢາລ ທີ່ບາດເຈັບໃນນາທີທີ 28 ເຊິ່ງປະຕູນີ້ຖືເປັນການຍິງຄົບ 700 ປະຕູໃນລະດັບສະໂມສອນຂອງຍອດດາວຍິງອາຍຸ 37 ປີນຳອີກ.
700 ປະຕູຂອງ ໂຣນັລໂດ ໃນລະດັບສະໂມສອນ ( ປີ 2002-ປັດຈຸບັນ )
- ສະປອດຕິງ ລິສບອນ (2002-2003) 31 ນັດ 5 ປະຕູ.
- ແມນເຊສເຕີ ຢູໄນເຕັດ (2003-2009 ແລະ 2021-ປັດຈຸບັນ) 340 ນັດ 144 ປະຕູ.
- ຣຽວ ມາດຣິດ (2009-2021) 438 ນັດ 450 ປະຕູ.
- ຢູເວນຕຸສ (2018-2021) 134 ນັດ 101 ປະຕູ.

